ສະພາບການລົງທຶນຂອງຫວຽດນາມ ຈະໄດ້ຮັບການປັບປຸງ ໂດຍຜ່ານຂໍ້ລິເລີ່ມລວມ ຫວຽດນາມ - ຍີ່ປຸ່ນ

(VOVWORLD) -  ຕອນບ່າຍວັນທີ 2 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເປັນປະທານສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ຝ່າຍຍີ່ປຸ່ນ ຈັດກອງປະຊຸມຕີລາຄາກາງສະໄໝ ຄັ້ງທີ 2 ເພື່ອແນໃສ່ແລກປ່ຽນ, ປຶກສາຫາລື ກ່ຽວກັບ 7 ກຸ່ມບັນຫາ ໃນແຜນການກະທຳຂໍ້ລິເລີມລວມ ຍີ່ປຸ່ນ - ຫວຽດນາມ ໄລຍະ VI. ໜຶ່ງໃນບັນດາເນື້ອໃນໃຫຍ່ເຊິ່ງຝ່າຍ ຍີ່ປຸ່ນ ຍົກອອກທີ່ກອງປະຊຸມຄັ້ງນີ້ແມ່ນບັນຫາແຮງງານ ແລະ ເງິນເດືອນ.
ສະພາບການລົງທຶນຂອງຫວຽດນາມ ຈະໄດ້ຮັບການປັບປຸງ ໂດຍຜ່ານຂໍ້ລິເລີ່ມລວມ ຫວຽດນາມ - ຍີ່ປຸ່ນ - ảnh 1 ກອງປະຊຸມໃນວັນທີ 2 ສິງຫາ

ສອງຝ່າຍໄດ້ປຶກສາຫາລືກ່ຽວກັບວິທີການ ແລະ ຂັ້ນຕອນການກຳນົດລະດັບເງິນຕໍ່າສຸດ. ຄຽງຂ້າງນັ້ນ, ຈະເຮັດແຈ້ງນິຍາມເງິນເດືອນຕໍ່າສຸດ ແລະ ປະກາດໃຫ້ຊາວຜູ້ອອກແຮງງານຮັບຮູ້ຢ່າງກວ້າງຂວາງ; ພ້ອມທັງ, ເຮັດແຈ້ງບັນດາຕົວເລກຄາດໝາຍເສດຖະກິດ ແລະ ຂໍ້ມູນການສຳຫຼວດທີ່ໄດ້ນຳໃຊ້ພິຈາລະນາເງິນເດືອນຕໍ່າສຸດຄືນໃໝ່; ຝ່າຍຍີ່ປຸ່ນ ແລະ ຫວຽດນາມ ຈະປະຕິບັດການແລກປ່ຽນຄວາມຄິດເຫັນຢູ່ບັນດາໄລຍະພິຈາລະນາເງິນເດືອນຕໍ່າສຸດ ແລະ ບັນດາເອກະສານແນະນຳປະຕິບັດກົດໝາຍ.

        ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາກຸ່ມປະຕິບັດຂໍ້ລິເລີ່ມ ຫວຽດນາມ - ຍີ່ປຸ່ນ ໄດ້ປຶກສາຫາລືບາງເນື້ອໃນອື່ນຄື: ການບໍລິການ Logistics - ຂົນສົ່ງ, ການບໍລິການຊ່ວຍໜູນວິສາຫະກິດຂະໜາດນ້ອຍ - ກາງ ແລະ ບັນດາເນື້ອໃນກ່ຽວກັບ ຂໍ້ກຳນົດສຳລັບນັກລົງທຶນຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ