ສະພາບໍລິຫານຕົກລົງມະຕິກ່ຽວກັບສິດທິມະນຸດຂອງບັນດາສະມາຊິກລັດຖະສະພາ

ສະພາບໍລິຫານຕົກລົງມະຕິກ່ຽວກັບສິດທິມະນຸດຂອງບັນດາສະມາຊິກລັດຖະສະພາ - ảnh 1
(ສະພາ​ບໍລິຫານ​ຕົກລົງ​ມະຕິ​ກ່ຽວ​ກັບ​ສິດທິ​ມະນຸ​ດ
ຂອງ​ບັນດາ​ສະມາຊິກ​ລັດຖະສະພາ)

 (vovworld) - ຕອນ​ເຊົ້າ​ວັນ​ທີ 1/4, ທີ່ສູນ​ກອງ​ປະຊຸມ​ແຫ່ງ​ຊາດ, ສະພາ​ບໍລິຫານ​ IPU-132 ສຸມ​ໃສ່​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ບັນດາຮ່າງ​ມະຕິ ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ບັນດາ​ສະມາຊິກ​ລັດຖະສະພາ,​ ປ່ອນ​ບັດ​ເລືອກ​ຕັ້ງ​ປະທານ​ຄະນະ​ປະຈຳ ກ່ຽວ​ກັບ​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ​ໃໝ່ ​ແລະ ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ໝາກຜົນ​ຂອງ​ ການ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະຕ່າງໆ… ​ເມື່ອ​ເນັ້ນ​ໜັກ​​ເຖິງ​ຄວາມສາມັກ​ຄີ​ລັດຖະສະພາ, ທ່ານ​ປະທານກອງ​ປະຊຸມ​ໃຫຍ່​ສະຫະພັນ ລັດຖະສະພາ​ສາກົນ​ (IPU),​ ທ່ານ Saber Chowhury ຮຽກຮ້ອງ​ຄວາມສາມັກ​ຄີ, ຮຽງບ່າ​ຮຽງ​ໄຫຼ່​​ປົກ​ປ້ອງ​ເພື່ອນ​ຮ່ວມ​ອາຊີບ:

        ຂ້າພະ​ເຈົ້າ​ຮຽກຮ້ອງ​ ລັດຖະສະພາສະມາຊິກ​, ກໍ່​ຄື​ສະມາຊິກ​ລັດຖະສະພາ​ແບ່ງປັນ, ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ບັນດາ​ເພື່ອນ​ຮ່ວມ​ອາຊີບ​ຂອງ​ພວກ​ເຮົາ​ໃນ IPU. ສິ່ງ​ນີ້​ແມ່ນ​ຈຳ​ເປັນ​ເພື່ອ​ຫລຸດຜ່ອນ​ກໍລະນີ​ບັນ​ດາສະມາຊິກ​ລັດຖະສະພາ​ໃນ​ໂລກ​ຖືກ​ລະ​ເມີດ​ສິດທິ​ມະນຸດ. ພວກ​ເຮົາ​ຈົ່ງ​ນຳ​ໃຊ້​ສິດ​ອຳນາດຂອງ​ຕົນ ​ເພື່ອ​ຊ່ວຍ​ເຫຼືອ​ບັນດາ​ເພື່ອນ​ຮ່ວມ​ອາຊີບ​ຂອງ​ຕົນ.

        ​ເມື​່ອ​ລາຍ​ງານ​ທີ່​ສະພາ​ບໍລິຫານ,​ ທ່ານ​ນາງ​ ຫງວຽນ​ທິກິມ​ເງິນ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ​ປະທານ​ກອງ​ປະຊຸມສະມາຊິກ​ລັດຖະສະພາຍິງ​ຄັ້ງ​ທີ 21, ​ແບ່ງປັນ​ກ່ຽວ​ກັບ​ໝາກຜົນ​ວາລະ​ປະຊຸມ​ຄັ້ງ​ທີ 21. ກອງ​ປະຊຸມ​ສະມາຊິກ​​ລັດຖະສະພາຍິງ ​ໄດ້ດຳ​ເນີນ​ໃນ​ວັນ​ທີ 28/3 ຜ່ານ​ມາ; ​ເນັ້ນ​ໜັກ​​ເຖິງ​ເລື່ອງ​ກອງ​ປະຊຸມ​ຮຽກຮ້ອງ​ຄວນ​ມີ​ນະ​ໂຍບາຍ ​ແລະ ກົດໝາຍ ​ເພື່ອ​ຮັບປະກັນ​ໃຫ້ເຄືອຂ່າຍ​ອິນ​ເຕີ​ແນັດ​​​ສຳລັບ​ແມ່ຍິງມີ​ຄວາມ​ປອດ​ໄພ​ກ່ວາ.

        ບັນດາ​ຜູ້​ແທນ​ໄດ້​ປ່ອນ​ບັດ​ເລືອກຕັ້ງ​ປະທານ​ຄະນະ​ປະຈຳ​ກ່ຽວ​ກັບ​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ​ໃໝ່, ດ້ວຍ 2 ປະ​ເທດ​ຮັບ​ສະໝັກ​ທີ່​ໄດ້​ຮັບ​ການສະ​ເໜີ​ຈາກ IPU-132 ນັ້ນ​​ແມ່ນ ບາ​ເຣັນ ​ແລະ ຟີ​ລິບ​ປີນ. ໝາກຜົນ​ແມ່ນ​ຜູ້​ຕາງ​ໜ້າ ບາ​ເຣັນ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ຄະນະ​ປະຈຳກ່ຽວ​ກັບ​ປະຊາ​ທິປະ​ໄຕ ​ແລະ ສິດທິ​ມະນຸດ​​ໃໝ່​ຂອງ IPU.





ຂ່າວ/ບົດ​ອື່ນ