ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງບັນດາແຂວງ, ນະຄອນມີສັນຍານດີຂຶ້ນ

ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງບັນດາແຂວງ, ນະຄອນມີສັນຍານດີຂຶ້ນ - ảnh 1
ພາບປະກອບ:http://vnmedia.vn

 (vovworld) - ວັນ​ທີ 16/4, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ (VCCI) ພ້ອມ​ກັບ​ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (USAID) ​ປະກາດ​ບົດ​ລາຍ​ງານ​ປະຈຳ​ປີກ່ຽວ​ກັບ​ດັດຊະນີ​​ຄວາມສາມາດ​ແກ່ງ​ແຍ້​ງຂັ້ນ​ແຂວງ (PCI) ປີ 2014. ປີ 2015, ດ່າ​ນັ້ງ ສືບ​ຕໍ່​ນຳ​ໜ້າ​ໃນ​ຕາຕະລາງຈັດ​ລະດັບ PCI 2014 ດ້ວຍ​ຈຳນວນ​ຄະ​ແນນ 66,87/100, ຖັດ​ມາແມ່ນ ດົ່ງ​ຖ໋າບ, ລ່າວ​ກາຍ. ​ເປັນ​ຄັ້ງ​ທຳ​ອິດ​ໃນ 10 ປີ​ ທີ່ປະກາດ​ PCI,​ ສູນ​ເສດຖະກິດ​ໃຫຍ່​ແມ່ນ ນະຄອນ​ໂຮ່ຈິ​ມິນ ຖືກ​ຈັດໃນ​ກຸ່ມ 5 ​ແຂວງ, ນະຄອນ​ທີ່​ມີ​ຄຸນ​ນະພາ​ບການບໍລິຫານ​ດີ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ. ຕາຕະລາງຈັດ​ລະດັບ​ຂອງ PCI ປີ 2015 ກໍ່​ຮັບ​ຮອງ​ຄວາມ​ບືນຕົວ​ຂຶ້ນ​ຂອງ​ບັນດາ​ແຂວງ ວິ້ງ​ຟຸກ, ລອງ​ອານ, ຖ໋າຍງວຽນ, ກຽນ​ຢາງ,  ບັກ​ນິງ, ຕວຽນ​ກວາງ…ດ້ວຍ​ຄວາ​ມມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ສົນທະນາ​ລະຫວ່າງ​ວິ​ສາ​ຫະກິດ ​ແລະ ອຳນາດ​ການ​ປົກຄອງ.

      ບົດ​ລາຍ​ງານ PCI ປີ 2014 ​ໃຫ້​ເຫັນ​ທ່າ​ອ່ຽງປັບປຸງ​ຄຸນ​ນະພາ​ບການບໍລິຫານ​ຂອງ​ບັນດາ​ແຂວງ, ນະຄອນ ​ໄດ້​ມີ​ບັນດາ​ການ​ຫັນປ່ຽນ​ຢ່າງ​​ແຂງແຮງ, ສະ​ແດງ​​ໃຫ້​ເຫັນ​ຂະ​ບວນ​ການ​ປະຕິ​ຮູບ​ຢ່າງ​ກ້ວາງ​ຂວາງ​​ໃນທົ່ວ​ແຂວງ, ນະຄອນ​ຕ່າງໆ. ຈຸດ​ພົ້ນ​ເດັ່ນ​ຂອງ​ PCI 2014 ​ແມ່ນ​ສັນຍານ​​ເຕີບ​ໂຕກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະກາດ, ທ່ານ​ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ຫວູຕຽນ​ໂລກ ​ໃຫ້​ຮູ້​ວ່າ:

      ໝາກຜົນ​ກວດກາ​ວິ​ສາ​ຫະກິດ​ເກືອບ 11.500 ​ແຫ່ງ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ປີ ​2015ໃຫ້​ເຫັນ​ສັນຍານ​ເຕີບ​ໂຕກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ. ນັບ​ທັງ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ລ້ວນ​ແຕ່​ປະ​ເອີ​ບ​ໃຈ​ຕໍ່​ແງ່​ຫວັງດຳ​ເນີນ​ທຸລະ​ກິດ​ໃນ​ໄລຍະ​ຈະ​ມາ​ເຖິງ. ສິ່ງ​ທີ່ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ລ້ວນ​ແຕ່ຄອງ​ຄອຍ​ ນັ້ນແມ່ນ​ການ​ປະຕິ​ຮູບ​ຢ່າງ​ແຂງ​ແຮງ​ກ່ວາ​ໃນ​ບັນດາ​ຂົງ​ເຂດ​ທີ່​​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຮັບ​ການ​ປະຕິບັດ.

 ພິທີ​ປະກາດ​ປີ​ນີ້ໄດ້​​ເປັນ​ຂີດ​ໝາຍ 10 ​ປີ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ VCCI ​ແລະ USAID ​ໃນ​ການ​ສ້າງ​ຊຸດ​ດັດ​ສະ​ນີ PCI. ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ Ted Osius ຢືນຢັນ​ວ່າ.

        “PCI ​​ແມ່ນ​ເຄື່ອງມື​ນະ​ໂຍບາຍ​ສຳຄັນ ຍ້ອນ​ມັນສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ​ບັນດາ​ວິ​ສາ​ຫະກິດ, ຂອງ​ວິ​ສາ​ຫະກ​ິດ​ພາກ​ເອກະ​ຊົນ​ພາຍ​ໃນ​ປະ​ເທດ ກໍ່​ຄື​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ. ​ໃນ​ຕະຫຼອດ 10 ປີຜ່ານມາ, ບົດບາດ​ຂອງ PCI ​ໄດ້​ຮັບ​ການ​ຮັບ​ຮູ້ຢ່າງ​ກ້ວາງ​ຂວາງ ​ໃນ​ການ​ຊຸກຍູ້​ຄຸນ​ນະພາ​ບການບໍລິຫານ​ເສດຖະກິດ​ຢູ່​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຈຸດ​ເວລາ​ນີ້, ​ເມື່ອ​ການ​ປັບປຸງ​ຄຸນ​ນະພາ​ບການບໍລິຫານ​ເສດຖະກິດ​ພວມ​ສວມ​ບົດບາດ​ສຳຄັນ ​ເພື່ອ​ໃຫ້​ຫວຽດນາມ ສາມາດ​ນຳ​ໃຊ້​ຜົນ​ປະ​ໂຫຍ​ດທີ່​ສັນຍາ​ການ​ຄ້າ 2 ຝ່າຍ​ກັບ​ອາ​ເມ​ລິ​ກາ ນຳ​ມາ​ໃຫ້ ກໍ່​ຄື​ບັນດາ​ສັນຍາ​ການ​ຄ້າ​ໃນ​ຂອບ​ເຂດ WTO”.

        ທ່ານ​ເອກ​ອັກຄະ​ລັດຖະທູດ​ Ted Osius ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ