ສະພາສູງອາເມລິກາຮັບຮອງເອົາຮ່າງກົດໝາຍລົງໂທດລັດເຊຍ,ອີຣານແລະສປປ.ເກົາຫຼີ

(VOVWORLD) -ວັນທີ 27 ກໍລະກົດ, ດ້ວຍອັດຕາບັດສະໜັບສະໜູນເກືອບທັງໝົດ, ສະພາສູງອາເມລິກາ ໄດ້ເຫັນດີຈັດວາງບັນດາຄຳສັ່ງລົງໂທດໃໝ່ເລັ່ງໃສ່ລັດເຊຍ, ອີຣານ ແລະ ສປປ.ເກົາຫຼີ, ໂດຍບໍ່ຫົວຊາຕໍ່ເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ຄັດຄ້ານຮ່າງກົດໝາຍດັ່ງກ່າວ

ສະພາສູງອາເມລິກາຮັບຮອງເອົາຮ່າງກົດໝາຍລົງໂທດລັດເຊຍ,ອີຣານແລະສປປ.ເກົາຫຼີ - ảnh 1 ສະພາສູງອາເມລິກາຮັບຮອງເອົາຮ່າງກົດໝາຍລົງໂທດລັດເຊຍ,ອີຣານແລະສປປ.ເກົາຫຼີ

(ພາບປະກອບ: EPA)

ໃນຂະນະທີທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ນາບຂູ່ຈະມີມາດຕະການໂຕ້ຕອບ. ນີ້ແມ່ນຮ່າງກົດໝາຍກ່ຽວກັບນະໂຍບາຍການຕ່າງປະເທດໃຫຍ່ທຳອິດເຊິ່ງໄດ້ຮັບການຮັບຮອງເອົາຈາກສະພາສູງອາເມລິກາ ພາຍໃຕ້ອຳນາດການປົກຄອງຂອງປະທານາທິບໍດີ Trump. ປະຈຸບັນ, ຮ່າງກົດໝາຍດັ່ງກ່າວຈະໄດ້ສົ່ງເຖິງທຳນຽບຂາວ ເພື່ອໃຫ້ທ່ານປະທານາທິບໍດີ Trump ໃຫ້ສັດຕະຍາບັນເປັນກົດໝາຍ. ຖ້າຫາກທ່ານ Trump ປະຕິເສດ, ຄາດວ່າ ຮ່າງກົດໝາຍດັ່ງກ່າວຈະໄດ້ຮັບການສະໜັບສະໜູນຢູ່ສະພາສູງ ແລະ ສະພາຕ່ຳ ເພື່ອຊະນະສິດປະຕິເສດຂອງປະທານາທິບໍດີ ແລະ ໄດ້ຮັບການຮັບຮອງເອົາເປັນກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ