ສະພາສູງອາເມລິກາໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍສິດເຈລະຈາໄວ TPA

ສະພາສູງອາເມລິກາໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍສິດເຈລະຈາໄວ TPA  - ảnh 1
ບັນ​ດາ​ ສ.ສ.ຊ ຂອງ​ອາ​ເມ​ລິ​ກາ​ໃນ​ການ​ປະ​ຊຸມ​ຂ່າວ

(vovworld)- ຕອນ​ເຊົ້າ​ວັ​ນ​ທີ 23/5, ຕາມ​ເວ​ລາ​ຫວຽດ​ນາມ, ສະ​ພາ​ສູງ​ອາ​ເມ​ລິ​ກາ​ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ເຈ​ລະ​ຈາ​ໄວ TPA ຊຶ່ງ​ແມ່ນ​ເຄື່ອງ​ມື​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ອາ​ເມ​ລິ​ກາ ແລະ 11 ປະ​ເທດ​ອື່ນໆ ທີ່​ອາດ​ຈະ​ສຳ​ເລັດ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຝິກ TTP .  ດ້ວຍ 62 ບັດ​ເຫັນ​ດີ, 37 ບັດ​ຄັດ​ຄ້ານ, ສະ​ພາ​ສູງ​ອາ​ເມ​ລິ​ກາ​ໄດ້ສຳ​ເລັດ​ການ​ໂຕ້​ວາ​ທີ​ກ່ຽວ​ກັບ ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ເຈ​ລະ​ຈາ​ໄວ TPA ຊຶ່ງ​ແມ່ນ​ເຄື່ອງ​ມື​ທີ່​ຈຳ​ເປັນ​ເພື່ອ​ໃຫ້ລັດ​ຖະ​ບານ​ອາ​ເມ​ລິ​ກາຍືນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ ຊຶ່ງ​ອົງ​ການ​ນິ​ຕິ​ບັນ​ຍັດ​ສູງ​ສຸດ ພຽງ​ສາ​ມາດ​ໃຫ້​ສັດ​ຕະ​ຍາ​ບັນຫຼື​ປະ​ຕິ​ເສດ, ຫາກບໍ່​ມີສິດ​ປັບ​ປຸງ.

ຂ່າວ/ບົດ​ອື່ນ