ສະພາເລືອກຕັ້ງແຫ່ງຊາດຈັດວາລະປະຊຸມຄັ້ງທີ3

ສະພາເລືອກຕັ້ງແຫ່ງຊາດຈັດວາລະປະຊຸມຄັ້ງທີ3 - ảnh 1
ທ່ານ ຫງວຽນຊິງຮູ່ງ ເປັນປະທານວາລະປະຊຸມ
(ພາບ: PHẠM KIÊN /TTXVN)

(vovworld) –  ວາລະ​ປະຊຸມ​ຄັ້ງ​ທີ 3 ​ຖືກ​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 3/3, ພາຍ​ໃຕ້​ກາ​ນ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ. ວາລະ​ປະຊຸມ​ເພື່ອ​ແນ​ໃສ່​ຕີ​ລາຄາ​ຄວາມ​ຄືບ​ໜ້າ​ໃນ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງ​ຮອດ​ຈຸດ​ເວລາ​ນີ້ ​ແລະ ພິ​ເສດ​ແມ່ນ​ຮັບຮອງ​ເອົາ​ມະຕິ​ຂອງ​ສະພາ​​ເລືອກ​ຕັ້ງ​ແຫ່ງ​ຊາດ​ກ່ຽວ​ກັບ​ຈຳນວນ​ຫົວໜ່ວຍ​ເລືອກ​ຕັ້ງ, ບັນຊີ​ລາຍ​ຊື່​ບັນດາ​ຫົວໜ່ວຍ​ເລືອກ​ຕັ້ງ ​ແລະ ຈຳນວນສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ຮັບ​ການ​ເລືອ​ກຕັ້ງ​ຢູ່​ແຕ່ລະ​ຫົວໜ່ວຍ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ເພື່ອ​ພິມ​ຈຳໜ່າຍ​ພາຍຫຼັງ​ວາລະ​ປະ​ຊຸມ. ສະພາ​ກໍ​ຮັບຮອງ​ເອົາ​ມະຕິກ່ຽວ​ກັບ​ຫຼັກການ​ຈັດ​ແບ່ງ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​​ເປັນ​ສະມາຊິກສະພາ​ແຫ່ງ​ຊາດ​ຢູ່​ສູນ​ກາງ​ລົງ​ສະໝັກ​ຮັບ​ເລືອກ​ຕັ້ງ​ຢູ່​ທ້ອງ​ຖິ່ນ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຄວາມ​ຄືບ​ໜ້າ​ໃນ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ກະກຽມ​ໃຫ້​​ແກ່ການ​​ເລືອກ​ຕັ້ງ​ຂອງ​ລະບົບ​ບັນດາ​ອົງການ​ກ່ຽວຂ້ອງ, ພິ​ເສດ​ແມ່ນ​ການ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ບັນດາ​ອະນຸ​ກຳມະການ, ສະມາຊິກ​ຂອງ​ສະພາ​​ເລືອ​ກຕັ້ງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໃສ່​​ໃຈ​ວ່າ: ​ການ​ເລືອກ​ຕັ້ງ​ຈະ​ດຳ​ເນີນ​ໃນ​ວັນ​ທີ 22/5/2016, ດັ່ງ​ນັ້ນ​ແນວ​​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ, ກຳລັງ​ປະກອບ​ອາວຸດ ຄວນປະກາດ​ໃຊ້​ມະຕິຊີ້ນ​ຳວຽກ​ງານ​ເລ​ືອກຕັ້ງ​​ໃຫ້ລະອຽດ​ໂດຍ​ໄວ, ມີ​ການຈັດ​ແບ່ງ​ໜ້າ​ທີ່ຮັບຜິດຊອບ​ລະອຽດ​ເພື່ອ​ຮັບປະກັນ​ຄວາມຮຽກຮ້ອງ​ຕ້ອງການ​ທີ່​ໄດ​້ວາງ​ອອກ​​ໃນ​ວັນ​ເລືອກ​ຕັ້ງ, ​ເພື່ອ​ໃຫ້​ວັນ​ເລືອ​ກຕັ້ງ​ຖືກ​ດຳ​ເນີ​ນ​ໄປ​ຢ່າງ​ດີງາມ, ​ເຮັ​ດ​ໃຫ້ວັນ​ເລືອກ​ຕັ້ງ​ສະມາຊິກສະພາ​ແຫ່ງ​ຊາດຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນອາຍ​ຸການ 2016 – 2021 ​ກາຍ​ເປັນວັນ​ບຸນ​ໃຫຍ່​ຢ່າງ​ແທ້​ຈິງ.


ຂ່າວ/ບົດ​ອື່ນ