ສະພາແຫ່ງຊາດ ຟີລິບປີນ ຕໍ່ກຳນົດເວລາກົດໄອຍະການເສິກຢູ່ Mindanao

(VOVWORLD) -ວັນທີ 13 ທັນວາ, ສະພາແຫ່ງຊາດ ຟີລິບປີນ ໄດ້ຮັບຮອງເອົາເລື່ອງຕໍ່ກຳນົດເວລາກົດໄອຍະການເສິກຢູ່ເກາະ Mindanao ຕື່ມອີກປີໜຶ່ງ ແນໃສ່ດັບສູນບັນດາເປົ້າໝາຍກໍ່ການຮ້າຍ ແລະ ທະຫານກະບົດລຸກຮື້ຂຶ້ນຢູ່ພາກໃຕ້ປະເທດນີ້.

ກ່ອນໜ້ານັ້ນ, ວັນທີ 11 ທັນວາ ທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte ໄດ້ສະເໜີສະພາແຫ່ງຊາດຕໍ່ກຳນົດເວລາກົດໄອຍະການເສິກໃນທົ່ວເຂດ Mindanao ຈົນເຖິງທ້າຍປີ 2018 ເພື່ອຕ້ານຄືນບັນດາພວກກະບົດອິດສະລາມ. ໃນຈົດໝາຍສົ່ງເຖິງບັນດານັກສ້າງກົດໝາຍ ເຊິ່ງຫ້ອງວ່າການປະທານາທິບໍດີປະກາດ, ທ່ານ Duterte ຖືວ່າ: ເລື່ອງຕໍ່ກຳນົດເວລາກົດໄອຍະການເສິກຢູ່ເຂດ Mindanao ແມ່ນຈຳເປັນ ເພື່ອສະກັດກັ້ນບັນດາການລຸກຮື້ຂຶ້ນຂອງບັນດາເປົ້າໝາຍທີ່ສະໜັບສະໜູນອົງການກໍ່ການຮ້າຍ “ລັດອິດສະລາມ” IS.

 

ຕອບກັບ

ຂ່າວ/ບົດ​ອື່ນ