ສະພາແຫ່ງຊາດກຳປູເຈຍປັບປຸງກົດໝາຍ,ເປີດຊ່ອງທາງໃຫ້ບັນດານັກການເມືອງຝ່າຍຄ້ານກັບຄືນ​ເວທີການເມືອງ

(VOVWORLD) -ວັນທີ 13 ທັນວາ ພາຍໃຕ້ການເປັນປະທານຂອງທ່ານປະທານ ສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin, ສະພາແຫ່ງຊາດ ກຳປູເຈຍ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍພັກການເມືອງ ສະບັບປັບປຸງ, ເປີດຊ່ອງທາງໃຫ້ບັນດານັກການເມືອງຝ່າຍຄ້ານຖືກຫວງຫ້າມເຄື່ອນໄຫວການເມືອງ, ໃນນັ້ນ ມີການນຳຈຳນວນຫນຶ່ງຂອງພັກກູ້ຊາດ (CNRR) ອາດຈະໄດ້ຮັບອະນຸຍາດກັບຄືນເວທີການເມືອງ. 

ດ້ວຍບັດເຫັນດີ 115/115 , ສະພາແຫ່ງຊາດ ກຳປູເຈຍ ຊຸດທີ 6 ໄດ້ຮັບຮອງເອົາມາດຕາ 45 ສະບັບປັບປຸງ ຂອງກົດໝາຍວ່າດ້ວຍພັກການເມືອງ, ເພີ່ມເຕີມ ເນື້ອໃນທີ່ວ່າ “ບໍ່ວ່າບຸກຄົນໃດທີ່ຖືກສານສູງສຸດຫວງຫ້າມບໍ່ໃຫ້ເຄື່ອນໄຫວດ້ານການເມືອງ, ອາດຈະຖືກຟື້ນຟູສິດການເມືອງຢ່າງສົມບູນ ພາຍຫລັງໄດ້ປະຕິບັດຄຳຕັດສິນຂອງສານສຳເລັດ ຫລື ໃນກໍລະນີຜູ້ນັ້ນໄດ້ຮັບການອະໄພຍະໂທດຈາກກະສັດ ຕາມຄຳສະເຫນີຂອງທ່ານນາຍົກລັດຖະມົນຕີ ອີງຕາມການສະເຫນີຈາກກະຊວງພາຍໃນ.

ຕອບກັບ

ຂ່າວ/ບົດ​ອື່ນ