ສະພາແຫ່ງຊາດຊັກຖາມປະທານສານປະຊາຊົນສູງສຸດ ຫງວຽນຮ່ວາບີງ

(VOVWORLD) - ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 18 ພະຈິກ, 
ສະພາແຫ່ງຊາດຊັກຖາມປະທານສານປະຊາຊົນສູງສຸດ ຫງວຽນຮ່ວາບີງ - ảnh 1 ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮ່ວາບີງ 

ສະພາແຫ່ງຊາດໄດ້ດຳເນີນການຊັກຖາມປະທານສານປະຊາຊົນສູງສຸດ ຫງວຽນຮ່ວາບີງ ກ່ຽວກັບມາດຕະການຍົກສູງຄຸນນະພາບວຽກງານພິພາກສາ, ເປັນຕົ້ນແມ່ນວຽກງານພິພາກສາກ່ຽວກັບຄະດີແພ່ງ, ບໍລິຫານ, ບັນດາຄະດີສໍ້ລາດບັງຫລວງ; ເລື່ອງຍົກສູງລະດັບຄວາມຮູ້, ກຳລັງຄວາມສາມາດ, ຄວາມຮັບຜິດຊອບປະຕິບັດວຽກງານທາງລັດຖະການຂອງຖັນແຖວພະນັກງານ, ລັດຖະກອນຂະແໜງສານປະຊາຊົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ປະຕິຮູບຕຸລາການ.

        ແລະຕອນບ່າຍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະກ່າວຄຳເຫັນ ເຮັດແຈ້ງຕື່ມອີກ ແລະ ຕອບຄຳຊັກຖາມໂດຍກົງຂອງສະມາຊິກສະພາແຫ່ງຊາດກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ ຂຶ້ນກັບຄວາມຮັບຜິດຊອບຂອງລັດຖະບານ ໃນບັນດາວາລະຊັກຖາມທີ່ດຳເນີນແຕ່ວັນທີ 16 – 18 ພະຈິກ 2017.

ຕອບກັບ

ຂ່າວ/ບົດ​ອື່ນ