ສະພາແຫ່ງຊາດປຶກສາຫາລື ກ່ຽວກັບສະພາບການເສດຖະກິດ - ສັງຄົມ

(VOVWORLD) - ໂດຍສືບຕໍ່ໂຄງການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປຶກສາຫາລືຢູ່ໜ່ວຍ ກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານຂອງລັດປີ 2017; ແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານຂອງລັດ, ວິທີການຈັດແບ່ງງົບປະມານສູນກາງປີ 2018 ແລະ ແຜນການການເງິນ - ງົບປະມານແຫ່ງລັດໄລຍະ 3 ປີ 2018 – 2020.
ສະພາແຫ່ງຊາດປຶກສາຫາລື ກ່ຽວກັບສະພາບການເສດຖະກິດ - ສັງຄົມ - ảnh 1ພາບປະກອບ 

ສສຊ ສ່ວນຫຼາຍໄດ້ເຫັນດີເປັນເອກະສັນກັບ ບົດລາຍງານ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງລັດຖະບານ; ເຊື່ອໝັ້ນໃນປີ 2017 ທັງໝົດ 13 ຄາດໝາຍອາດຈະບັນລຸໄດ້ໝົດ. ບັນດາ ສສຊ ຖືວ່າ: ລັດຖະບານສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ. ທ່ານ ເຈີ່ນຮ່ວາງເງິນ, ສສຊ ນະຄອນ ໂຮ່ຈີມິນ ມີຄຳເຫັນວ່າ:

“ການປັບປຸງສະພາບແວດລ້ອມແຫ່ງການລົງທຶນໃນປະຈຸບັນ, ລັດຖະບານພວມເຮັດໄດ້ດີ. ຜ່ານນັ້ນ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຜະລິດ, ດຳເນີນທຸລະກິດ ແລະ ເມື່ອບັນດາວິສາຫະກິດຜະລິດດຳເນີນທຸລະກິດ ທຳມາຫາກິນໄດ້ດີ ເຂົາເຈົ້າຈະເສຍພາສີໃຫ້ລັດຖະບານໄດ້ຫຼາຍ.”

ສສຊ ບາງທ່ານໄດ້ສະເໜີປ່ຽນໃໝ່ຮູບແບບການເຕີບໂຕ, ຫລຸດຜ່ອນການອີງໃສ່ເຂົ້າການພັດທະນາເສດຖະກິດ ເຂົ້າການຂຸດຄົ້ນຊັບພະຍາກອນທຳມະຊາດ. ບັນດາ ສສຊ ກໍ່ຕີລາຄາສູງ ຄຳຂວັນວາງອອກແມ່ນລັດຖະບານສ້າງສັນ, ເອົາໃຈໃສ່ເຖິງການຮັບໃຊ້ຄວາມເພິ່ງພໍໃຈຂອງປະຊາຊົນ, ຮ່ວມເດີນທາງພ້ອມກັບວິສາຫະກິດ. ທ່ານນາງ ຫວູທິລືວມາຍ, ສສຊ ນະຄອນ ຮ່າໂນ້ຍ ຖືວ່າ:

“ຂ້າພະເຈົ້າໄດ້ເຫັນດີຕໍ່ມາດຕະການເຊິ່ງລັດຖະບານໄດ້ວາງອອກໃນບົດລາຍງານກ່ຽວກັບເສດຖະກິດ ແລະ ງົບປະມານ. ແຕ່ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າຢາກເວົ້າວ່າ ການສ້າງແຜນງົບປະມານໃນປີຕໍ່ໄປ ຕ້ອງອີງໃສ່ແຜນການການເງິນໄລຍະ 5 ປີ ແລະ ແຜນການລົງທຶນແຫ່ງລັດ 5 ປີຍ້ອນວ່າ ແຜນການ 5 ປີແມ່ນກອບກຳນົດທິດໃຫ້ພວກເຮົາ. ກ່ຽວກັບລາຍຈ່າຍໃນການລົງທຶນ ພັດທະນານັ້ນ, ຂ້າພະເຈົ້າຄິດວ່າ, ຕ້ອງສືບຕໍ່ຮັດແໜ້ນລາຍຈ່າຍ ໃນສະພາບໜີ້ສາທາລະນະຕ້ອງຈ່າຍຄ່າດອກເບ້ຍສູງ, ການລົງທຶນຕ້ອງມີຈຸດສຸມ.”

ຕອບກັບ

ຂ່າວ/ບົດ​ອື່ນ