ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມ - ảnh 1
(ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມ)

(vovworld) - ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2015 ​ແລະ 5 ປີ 2011 – 2015, ​ແຜນ​ກາ​ນພັດທະນາ​ເສດຖະກິດ - ສັງຄົມ, ​ແຜນການ​ນຳ​ໃຊ້​ທີ່​ດິນ​ໄລ​ຍະ 2016 – 2020 ​ແມ່ນ​ບັນດາ​ເນື້ອ​ໃນ​ຕົ້ນຕໍ ທີ່​​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ປຶກສາ​ຫາລື​ໃນ​ຕອນ​ເຊົ້າ​ວັນ​ທີ 01/04 ຢູ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11. ວາລະ​ປຶກສາ​ຫາລື​ນີ້ ​ໄດ້​ທາງ​ວິທະຍຸຖ່າຍ​ຖອດ​ສົດ ​ແລະ ​ໂທລະພາບ ​ເພື່ອ​ໃຫ້​ປະຊາຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຕິດຕາມ.

        ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດສ່ວນ​ຫລາຍ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ. 5 ປີ 2011 – 2015, ​ເຖິງ​ວ່າ ປະ​ເທດ​ຊາດ​ມີ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ​ແຕ່​ກໍ່​ບັນລຸ​ໄດ້​ຄາດ​ໝາຍສັງ​ລວມທີ່​ໄດ້​ວາງ​ອອກໂດຍ​ພື້ນຖານ. ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ການ​ເຕີບ​ໂຕ​ເສດຖະກິດ​ສູງ​ພໍ​ສົມຄວນ, ​ຊີວິດ​ສັງຄົມ​ໄດ້​ຮັບ​ການຮັບປະກັນຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສືບຕໍ່​ໄດ້ຮັບ​ການ​ປັບປຸງ. ປີ 2015 ລວມຍອດຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ​ເພີ່ມ​ຂຶ້ນ 6,68% ສູງ​ກ່ວາ​ເມື່ອ​ທຽບ​ໃສ່​ຄາດໝາຍ​ທີ່​ສະພາ​ແຫ່ງ​ຊາດ​ວາງ​ອອກ​ແມ່ນ 6,2%. ນັ້ນ​ແມ່ນ​ລະດັບ​ການ​ເພີ່ມ​ຂຶ້ນ​ສູງ​ສຸດ​ໃນ​ໄລ​ຍະ​ປີ 2011 – 2015.

        ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ລັດຖະບານ​ຄວນ​ສືບ​ຕໍ່​ສຸມ​ໃສ່​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ໃນ​ບັນດາ​ຂົງ​ເຂດ​ຈຸດ​ສຸມ​ແມ່ນ ການ​ລົງທຶນຂອງ​ລັດ, ການສ້າງ​ໂຄງ​ປະກອບ​ລະບົບ​ທະ​ນາຄາ​ນ ​ແລະ ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ​ຄືນ​ໃໝ່. ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່; ພ້ອມ​ທັງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ພາກສ່ວນ​ລົງທຶນ​ຂອງຕ່າງປະ​ເທດ, ພັດທະນາ​ກະສິກຳ, ຊົນນະບົດ, ​ຢູ່ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນໜ້ອຍ. ທ່ານ ຫງວຽນ​ເລີມ​ແທ່ງ ສະມາຊິກ​ສະພາ​ແຫ່ງ​ຊາດ​​ແຂວງ​ ລ້າງ​ເຊີນ ປະກອບ​ຄຳ​ເຫັນ​ວ່າ:

“ໃນ​ແຜນ​ການ​ພັດ​ທະ​ນາ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ ຕ້ອງ​ມີ​ບັນ​ດາ​ນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ຢ່າງ​ມີ​ປະ​ສິດ​ທິ​ພາບ, ມີ​ປະ​ສິດ​ທິ​ຜົນ​ຢ່າງ​ຄົບ​ຊຸດກວ່າ. ພິ​ເສດ​ແມ່ນ​ມີ​ບັນ​ດາ​ກົນ​ໄກ​ປ່ຽນ​ໃໝ່ ​ກົນ​ໄກ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ໃນ​ເຂດ​ຊົນ​ເຜົ່າ​, ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ​້ງ​ຍາກ​ເປັນ​ພິ​ເສດ, ເຂດ​ຊາຍ​ແດນ, ເຂດ​ໝູ່​ເກາະ ເພື່ອ​ຫຼຸດ​ຜ່ອນ​ຄວາມ​ແຕກ​ຕ່າງກັນ​ໃນ​ການ​ດຳ​ເນີນ​ຊີ​ວິດ ແລະ ການ​ພັ​​ດທະ​​ນາ​ລະ​ຫວ່າງ​ເຂດ, ລະ​ຫວ່າງບັນ​ດາ​ກ​ຸ່ມ​ຊົນ​ເຜົ່​າ”.

        ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ບາງ​ທ່ານ ສະ​ເໜີ​ຕ້ອງ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ການ​ຮ່ວມ​ສຳ​ພັນ​ດ້ານເສດ​ຖະ​ກິດ​​ລະ​ຫວ່າງເຂດ, ທ້ອງ​ຖິ່ນ; ພ້ອມ​ທັງ​ເອ​ົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ພາກ​ສ່ວນ​ເສດ​ຖະ​ກິດ​ເອ​ກະ​ຊົນ. ທ່ານ ວ​ໍ​ກິມ​ກື້, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂ​ວງ​ຮ່າ​ຕິ້ງ, ຖື​ວ່າ.

        “ສະ​ເໜີ​ໃຫ້​ສູນ​ກາງ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ແລະ ສະ​ຫະກອ​ນ​. ​​ມີລະ​ບົບ​ລະ​ບອບ​ນະ​ໂຍ​ບາຍ​ສົມ​ບູນ​ ແລະ ອຳ​ນວຍ​ຄວາມ​ສະ​ດວກ, ມີ​ຄວາມດຶງ​ດູດ ເພື່ອ​ປຸກ​ລຸກ​ກຳ​ລັງ​​ໜູນ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ແລະ ເສດ​ຖະ​ກິດ​ສະ​ຫະ​ກອນ. ​ການພັດ​ທະ​ນາ​ສະ​ຫະ​ກອນ ແມ່ນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ​ສູ້​ຊົນ​​ເພື່ອ​ໃຫ້​ທຸກ​ຕາ​ແສງ​ລ້ວນ​ແຕ່​ມີ​ສະ​ຫະ​ກອນ ເພື່ອ​ເປັນ​ແກ່ນ​ສານ, ​ນຳ​ພາ​ແນະ​ນຳ​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທ້​ອງ​ຖິ່ນ”.



ຂ່າວ/ບົດ​ອື່ນ