ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 26/5, ສະພາ​ແຫ່ງ​ຊາດ​ໄດ້​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ, ຮັບ​ຟັງ​​ໃບ​ສະ​ເໜີ, ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ກວດກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍຄ່າທຳນຽມ, ​ຄ່າບໍລິການ; ຮັບ​ຟັງ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ກວດ​ສອບ​ແຫ່ງ​ລັດ (ສະບັບ​ປັບປຸງ) ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ນີ້. ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ກວດ​ສອບ​ແຫ່ງ​ລັດ (ສະບັບ​ປັບປຸງ), ຄວາມ​ເຫັນ​ສ່ວນ​ຫຼາຍ​ຕີ​ລາຄາ​ວ່າ, ​ເມື່ອ​ທຽບ​ໃສ່​ຮ່າງ​ກົດໝາຍ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ສະ​ໄໝສາມັນ​ເທື່ອ​ທີ 8, ຮ່າງ​ກົດໝາຍ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດເທື່ອ​ນີ້ ​ແມ່ນ​ໄດ້​ຮັບ​ການ​ປັບປຸງ​ກວ່າ​ບາດກ້າວ​ໜຶ່ງ. ​ແຕ່​ບັນດາ​ຄວາມ​ເຫັນ​ກໍ່​ສຸມ​ໃສ່​ສະ​ເໜີ​ຄວນ​ກຳນົດ​ແຈ້ງ​ກວ່າ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​​ໃນ​ການກວດ​ສອບ ​​ເພື່ອ​ແນ​ໃສ່​ຍົກ​ສູງ​ລັກສະນະ​ບໍລິສຸດ, ​ໂປ່​ງ​ໄສ ກໍ່​ຄື​ຄຸນຄ່າ​ນິຕິ​ກຳ​ຂອງການ​ກວດ​ສອບ. ທ່ານ ຟຸ່ງດຶກ​ກຽນ, ສສຊ ​ແຂວງ​ຮ່າ​ນາມ​, ຖື​ວ່າ:
     “ການ​ເພີ່ມ​ເຕີມ​ຫຼັກການ​ “ວ່ອງ​ໄວ, ທັນ​ການ“ ​ແມ່ນ​ເໝາະ​ສົມ​ກັບ​ຄວາມ​ເຫັນ​ຖອນ​ເວລາ​ກວດ​ສອບ​ເຊິ່ງ​ໄດ້​ຮັບ​ການ​ຮັບ​ເອົາ, ປັບປຸງ​ໃນ​ມາດຕາ 34 ຂອງ​ຮ່າງ​ກົດໝາຍລົງ, ຜ່ານ​ນັ້ນ​ແກ້​ໄຂ​ຜົນ​ຮ້າຍ​ດ້ານ​ນິຕິ​ກຳ​ຢ່າງ​ທັນ​ການ, ຈຳກັດ​ຄວາມ​ເສຍ​ຫາຍ​ສຳລັບ​ພື້ນຖານ​ການ​ເງິນ​ແຫ່ງ​ຊາດ. ພ້ອມ​ທັງ​ປະກອບສ່ວນ​ຈຳກັດ​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ຊັບ​ສິນ, ການ​ເງິນ​ຂອງ​ລັດ“.

ຕອນ​ບ່າວ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ເຮັດ​ວຽກ​ຢູ່​ໜ່ວຍ, ​ປຶກສາ​ຫາລື​ບາງ​ເນື້ອ​ໃນ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ກົດໝາຍ​ອາຍາ​ສະບັບ​ປັບປຸງ.

ຂ່າວ/ບົດ​ອື່ນ