ສະພາແຫ່ງຊາດປຶກສາຫາລືບັນດາບົດລາຍງານຂອງລັດຖະບານ


ສະພາແຫ່ງຊາດປຶກສາຫາລືບັນດາບົດລາຍງານຂອງລັດຖະບານ - ảnh 1
ທ່ານ​ນາງເອົາ​ທິ​ມາຍ ສ.ສ.ຊ ແຂວງ ຕວຽນ​ກວາງ

(vovworld)-  ຕອນ​ບ່າຍ​ວັນ​ທີ 28/10, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ບັນ​ດາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ, ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ, ວຽກ​ງານ​ສະ​ກັດ​ກັ້ນ ແລ​ະ ຕ້ານ​ອາດ​ຊະ​ຍາ​ກຳ ແລະ ຂອບ​ເຂດ​ກົດ​ໝາຍ, ວຽກ​ງານປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ. ມີ ສ.ສ.ຊ ຫຼາຍ​ທ່ານ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ໜ​້າ​ການ​ຜັນ​ແປ​ສັບ​ສົນ​ຂອງ​ສະ​ພາບ​ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ, ເປັນ​ຕົ້ນ​ແມ່ນ​ການ​ນຳ​ໃຊ້​ຢາ​ເສບ​ຕິດ​ໃນ​ໄວ​ໜຸ່ມ​. ທ່ານ​ນາງເອົາ​ທິ​ມາຍ ສ.ສ.ຊ ແຂວງ ຕວຽນ​ກວາງ ສະ​ເໜີ​ຄວນ​ມີ​ນະ​ໂຍ​ບາຍ​ຢ່າງຄົບ​ຊຸດ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ, ໜູນ​ຊ່ວຍ​ການ​ຮຽນ​ວິ​ຊາ​ຊີບ, ເປັນ​ຕົ້ນ​ແມ່ນ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຄົນ​ທຸກ​ຍາກ, ກຳ​ລັງ​ແຮງ​ງານ​ໜຸ່ມ​ຢູ່​ເຂດ​ຕົວ​ເມືອງ ແລະ ຊົນ​ນະ​ບົດ. ທ່ານ​ນາງເອົາ​ທິ​ມາຍ ສ.ສ.ຊ ແຂວງ ຕວຽນ​ກວາງ ສະ​ເໜີວ່າ :

 “ ຂ້າ​ພະ​ເຈົ້າ​ສະ​ເໜີ​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຄວນ​ມີ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ, ໜັກ​ແໜ້ນ, ມີ​ຄວາມ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ສຶກ​ສາ​ອົບ​ຮົມ​ອຸ​ດົມ​ຄະ​ຕິ ປະ​ຕິ​ບັດ​ກົດ​ໝາຍ​ສຳ​ລັບ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​, ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່ຮັບ​ຜິດ​ຊອບ​ຄວນ​ປະ​ຕິ​ບັດ​ວຽກ​ງານ​ໄຈ້​ແຍກ, ຕີ​ລາ​ຄາ, ຄາດ​ຄະ​ເນ​, ປະ​ຕິ​ບັດ​ຢ່າງ​ຄົບ​ຊຸດ​ບັນ​ດາ​ມາດ​ຕະ​ການ​ສະ​ກັດ​ກັ້ນ, ຄຸ້ມ​ຄອງ​ບໍ​ລິ​ເວນ, ເປົ້າ​ໝາຍ​ປາບ​ປາມ, ອາດ​ຊະ​ຍາ​ກອນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຢາ​ເສບ​ຕິດ ”

ຂ່າວ/ບົດ​ອື່ນ