ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍບາງສະບັບ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍບາງສະບັບ - ảnh 1
(ສືບ​ຕໍ່​ລາຍການ​ກອງ​ປະຊຸມ​ສະ​ໄໝ​ສາມັນ​
ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13)

(vovworld) –  ​ ​​ໂດຍ​ສືບ​ຕໍ່​ລາຍການ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 19/11, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຢາ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ວ່າ​ດ້ວຍ​ສະມາຄົມ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຢາ ປັບປຸງ, ​ເພີ່ມ​ເຕີມ​ບັນດາ​ເນື້ອ​ໃນ​ພື້ນຖານ​ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ລັດກ່ຽວ​ກັບ​ການ​ຢາ, ການພັດທະນາ​ອຸດສາຫະກຳ​ການ​ຢາ, ການຄຸ້ມ​ຄອງ​​ລັດ​ກ່ຽວ​ກັບ​ລາຄາຢາ; ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ຢາ. ​ກົດໝາຍ​ວ່າ​ດ້ວຍ​ການ​ຢາ (ສະບັບ​ປັບປຸງ) ຮັບ​ມື​ກັບ​ສະພາບ​ການ​ໃໝ່, ສ້າງ​ເງື່ອນ​ໄຂ​​ເພື່ອໃຫ້​ປະຊາຊົນ​ສຳ​ພັດ​ກັບ​ຢາ​ໃໝ່, ຢາ​ດີ​ຢ່າງ​ສະດວກ​ກ່ວາ ດ້ວຍ​ລະດັບ​ລາຄາ​ທີ່​ເໝາະ​ສົມ ​ແລະ ມີຄຸນ​ນະພາ​ບ. ສຳລັບ​ກົດໝາຍ​ວ່າ​ດ້ວຍ​ສະມາຄົມ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ປະຈຸ​ບັນບັນດາ​ອົງການຈັດ​ຕັ້ງ​ສະມາຄົມ​ເຄື່ອນ​ໄຫວ​ຍັງ​ບໍ່​ທັນ​ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ. ກົດໝາຍ​ຄວນ​ກຳນົດ​ຢ່າງ​ຈະ​ແຈ້ງ​ຄວາມ​ຮັບຜິດ​ຊ້ອບ​ຄຸ້ມ​ຄອງ​​ລັດ​ກ່ຽວ​ກັບ​ສະມາຄົມ, ພ້ອມ​ທັງ ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ລັດ​ກັບ​ບັນດາ​ອົງການ​ຈັດ​ຕັ້ງສະມາຄົມ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ເຊົ້າ​ວັນ​ທີ 19/11, ​ເມື່ອປຶກສາ​ຫາລື​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ປະມູນ​ລາຄາ​ຊັບ​ສົມບັດ, ສະມາຊິກ​ສະພາ​ແຫ່ງ​ຊາດ​ສ່ວນ​ຫລາຍ​ເຫັນ​ດີ​​ຈຳ​ເປັນຕ້ອງ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍການ​ປະມູນ​ລາຄາ​ຊັບ​ສົມບັດ, ປະ​ກອບປັບປຸງ, ​ເປັນ​ເອກະ​ພາບ​ກອບ​ນິຕິ​ກຳ​​ການ​ເຄື່ອ​ນໄຫວການ​ປະມູນ​ລາຄາ​ຊັບ​ສົມບັດ. ​ເລື່ອງ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ ການ​ປະມູນ​ລາຄາ​ຊັບ​ສົມບັດ ​ເພື່ອ​ແນ​ໃສ່​ຫັນ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013 ​ເປັນ​ລະອຽດ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ກ່ຽວ​ກັບ​ຫັນ​ເປັນ​ສັງຄົມ ​ແລະ ລັກສະນະ​ອາຊີບ​​ໃນ​ການ​ເຄື່​ອນ​ໄຫວ​ການ​ປະມູນ​ລາຄາ​ຊັບ​ສົມບັດ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກໍ​ລົງ​ມະຕິ​ຮັບຮອງ​ເອົາ​ຮ່າງ​ກົດໝາຍວ່າ​ດ້ວຍ​ຄວາມ​ປອດ​ໄພ​ໃນ​ການ​ສື່ສານ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ.

ຂ່າວ/ບົດ​ອື່ນ