ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍຜັງເມືອງ

(VOVWORLD) -ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ່ 3, ຕອນເຊົ້າວັນທີ 26 ພຶດສະພາ, ສະພາແຫ່ງຊາດໄດ້ເຮັດວຽກຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຜັງເມືອງ. 
ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍຜັງເມືອງ - ảnh 1 (ພາບປະກອບ: TTXVN)

ປຶກສາຫາລືທີ່ວາລະປະຊຸມ, ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ: ປະຈຸບັນທົ່ວປະເທດມີແຜນຜັງຂຶ້ນກັບທຸກຂົງເຂດ 19.258 ສະບັບ. ພິເສດ, ນັບແຕ່ປີ 2011 ມາຮອດປະຈຸບັນ, ໄດ້ເກີດສະພາບມີແຜນຜັງຫຼາຍເກີນໄປ, ແຜນຜັງຂາດລັກສະນະຮ່ວມສຳພັນ, ຂາດຄວາມຄົບຊຸດ... ຕາມທ່ານສະມາຊິກສະພາແຫ່ງຊາດ ໂຕວັນຕ໋າມ ແລ້ວ, ເພື່ອສະກັດກັ້ນຜົນປະໂຫຍດກຸ່ມ, ອາດຈະເກີດຂຶ້ນ, ຄວນພີ່ມເຕີມຄາດໝາຍວາງແຜນຜັງ ເພື່ອການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ.

        “ການເຄື່ອນໄຫວວາງແຜນຜັງຕ້ອງມີບັນດາແຫຼ່ງຊັບພະຍາກອນເພື່ອຮັບປະກັນ. ເຖິງຢ່າງໃດກໍ່ຕາມ, ກໍ່ສາມາດລະດົມບັນດາແຫຼ່ງຊັບພະຍາກອນສັງຄົມ. ສະນັ້ນ, ຄວນເພີ່ມເຕີມເຂົ້າໃນຫຼັກການນີ້ແມ່ນ ນຳໃຊ້ຊັບພະຍາກອນຂອງລັດ ແລະ ຂອງສັງຄົມໃນການເຄື່ອນໄຫວວາງແຜນຜັງຢ່າງມີປະສິດທິຜົນ”.

        ກໍ່ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດສະເໜີ ຮ່າງກົດໝາຍຕ້ອງກຳນົດຢ່າງຈະແຈ້ງລະດັບຊົດເຊີຍຄວາມເສຍຫາຍຂອງບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ກ່ຽວຂອງ. ສະມາຊິກສະພາແຫ່ງຊາດ ເລກົງດິງ, ຄະນະແຂວງລອງອານ ຍົກຄຳເຫັນວ່າ.

        “ຂ້າພະເຈົ້າສະເໜີກົດໝາຍວ່າດ້ວຍຜັງເມືອງຄວນກຳນົດຢ່າງຈະແຈ້ງໜ້າທີ່ຊົດເຊີຍຄວາມເສຍຫາຍຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ກ່ຽວຂ້ອງເຖິງການວາງແຜນຜັງ. ກ່ຽວກັບຫຼັກການ ແລະ ຕາມຂໍ້ກຳນົດໃນຮ່າງກົດໝາຍ, ພາຍຫຼັງປະກາດແຜນຜັງ ຕ້ອງມີແຜນການຜັນຂະຫຍາຍ. ແຕ່ສະພາບຕົວຈິງຍ້ອນມີຫຼາຍສາຍເຫດທີ່ແຕກຕ່າງກັນຈຶ່ງເຮັດໃຫ້ການວາງແຜງຜັງຈຶ່ງຊັກຊ້າ ຫຼື ບໍ່ຜັນຂະຫຍາຍ. ຖ້າປະໄວ້ຄືແນວນັ້ນຈະເຮັດໃຫ້ປະຊາຊົນປະສົບກັບຄວາມຫຍຸ້ງຍາກ”.

        ຕອນບ່າຍວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດຈະປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງມະຕິແກ້ໄຂໜີ້ເສຍຂອງບັນດາອົງການສິນເຊື່ອ; ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງ ມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ