ສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍດຳເນີນຄະດີອາຍາ(ສະບັບປັບປຸງ)

ສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍດຳເນີນຄະດີອາຍາ(ສະບັບປັບປຸງ) - ảnh 1
ພາບ​ປະ​ກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 27/5, ສະ​ພາ​ແຫ່ງ​ຊາດ​ເຮັດ​ວຽກ​ຢູ່​ຫໍ​ປະ​ຊຸມ, ຮັບ​ຟັງ​ບົດ​ລາຍ​ງານກວດ​ກາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​​ຂອງ​ອົງ​ການ​ສືບ​ສວນ​ຄະ​ດີອາ​ຍາ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ຂອງ​ສະ​ພາ​ແຫ່ງ​ຊາດ​ປີ 2016, ພ້ອມ​ທັງ​ປະ​ກອບ​ຄຳ​​ເຫັນ​ກ່ຽວ​ກັບ​ມາດ​ຕາ 60 ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ປ​ະ​ກັນ​ສັງ​ຄົມ​ປີ 2014. ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຫຼາຍ​ທ່ານ​ຮັບ​ຮູ້​ວ່າ: ເລື່ອງ​ສ້າງ, ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດຂອງ​ສ​ະ​ພາ​ແຫ່ງ​ຊາດ​ຍັງ​ມີ​ບັນ​ດາ​ສິ່ງ​ຈຳ​ກັດ​ຖືກ​ແກ່​ຍາວ, ແກ້​ໄຂ​ຢ່າງ​ຊັ​ກ​ຊ້າ, ຄື​ຈຳ​ນວນ​ ​ໂຄງ​ການ​ສະ​ເໜີ​ປັບ​ປຸງ, ເພີ່ມ​ເຕີມ​ເຂົ້າ​ໃນ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ຍັງ​ມີຫຼາຍ, ຄຸນ​ນະ​ພາບ​ຂອງ​ຮ່າງ​ກົດ​ໝາຍ​ບາງ​ສະ​ບັບ​ຍັງ​ຈຳ​ກັດ​ຢູ່, ສະ​ພາບ​ການ​ຕິດ​ຄ້າງ​ເອ​ກະ​ສານ​ກຳ​ນົດ​ການ​ປະ​ຕິ​ບັດ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ຍັງ​ມ​ີຫຼາຍ​ຢູ່. ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ຮັບ​ຟັງ​ໃບ​ສະ​ເໜີ ແລະ ​ບົດລາຍ​ງານກວດ​ກາ​ຮ່າງ​ກົດ​ໝາຍ​ວ່​າ​ດ້ວຍ​​ອົງ​ສືບ​ສວນ​ຄະ​ດີ​ອາ​ຍາ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​​ດຳ​ເນີນ​ຄະ​ດ​ີ​ອາຍ​າ.


ຂ່າວ/ບົດ​ອື່ນ