ສະພາແຫ່ງຊາດມຽນມາຮັບຮອງເອົາຂໍ້ສະເຫນີເພື່ອປຶກສາຫາລືປັບປຸງລັດຖະທຳມະນູນ

ສະພາແຫ່ງຊາດມຽນມາຮັບຮອງເອົາຂໍ້ສະເຫນີເພື່ອປຶກສາຫາລືປັບປຸງລັດຖະທຳມະນູນ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ U Thein Sein
ພາບ:tinmoi.com

(vovworld)-​ ​​ສະ​ພາ​ແຫ່ງ​ຊາດ ມຽນ​ມາ ຫາ​ກໍ​ເຫັນ​ດີ​ຮັບ​ຮອງ​ເອົາ​ຂໍ້​ສະ​ເຫນີ ຈັດ​ຕັ້ງ​ການ​ປະ​ຊຸມ​ລະ​ຫວ່າງ​ບັນ​ດາ​ການ​ນຳ​ການ​ເມືອງ​ຂັ້ນ​ສູງ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຂອງ​ປະ​ເທດ​ຊາດ, ຊື່ງ​ລວມ​ມີ ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ​ປະ​ຈຸ​ບັນ. ຂໍ້​ສະ​ເຫນີ​ດັ່ງ​ກ່າວ​ໂດຍ​ທ່ານ Myint Tun ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ ຍົກ​ອອກ​ມາ, ຕາມນັ້ນ​ແລ້ວ ກອງ​ປະ​ຊຸມ​ລວມ​ມີ 6 ຝ່​າຍຄື: ປະ​ທາ​ນາ​ທິ​ບໍ​ດີ U Thein Sein, ຜູ້​ບັນ​ຊາ​ການ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ມຽນ​ມາ, ນາຍ​ພົນ Min Aung Hlaing, ການ​ນຳ​ຝ່າຍ​ຄ້ານ Aung San Suu Kyi, ປະ​ທານ​ສະ​ພາ​ຕ່ຳ ທ່ານ  U Shwe Mann, ປະ​ທານ​ສະ​ພາ​ສູງ Khin Qung Myint ພ້ອມ​ກັບ​ຜູ້​ຕາງ​ຫນ້າ​ປະ​ຊາ​ຄົ​ມເຊື້ອ​ຊາດ​ເຜົ່າ​ພັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເວ​ລາ​ຈັດ​ຕັ້ງ​ກອງ​ປະ​ຊຸມບໍ່​ທັນ​ໄດ້​ກຳ​ນົດ​ເທື່ອ.

ຂ່າວ/ບົດ​ອື່ນ