ສະພາແຫ່ງຊາດຢູແກຼນບົ່ງຕົວຜູ້ຮັກສາການນາຍົກລັດຖະມົນຕີຄົນໃໝ່

 ສະພາແຫ່ງຊາດຢູແກຼນບົ່ງຕົວຜູ້ຮັກສາການນາຍົກລັດຖະມົນຕີຄົນໃໝ່ - ảnh 1
ທ່ານ Vladimir Groysman

(vovworld)- ວັນ​ທີ 25/7, ສະພາແຫ່ງຊາດຢູແກຼນ ໄດ້ບົ່ງຕົວຜູ້ຮັກສາການ ຮອງນາຍົກລັດຖະມົນຕີ Vladimir Groysman ດຳລົງ​ຕຳ​ແໜ່​ງ ຜູ້ຮັກສາການ ນາຍົກລັດຖະມົນຕີ ​ແທນ​ໃຫ້​ທ່ານ Arseny Yatsenyuk ຜູ້​ທີ່​ໄດ້ປະກາດ​ລາ​ອອກ​ຈາກ​ຕຳ​ແໜ່​ງກ່ອນ​ນັ້ນ 1 ວັນ. ຕາມ​ພະ​ແນ​ກການ​ຂ່າວ​ຂອງ​ລັດຖະບານ ຢູແກຼນ, ທ່ານ Vladimir Groysman ຈະ​ນຳພາ​ລັດຖະບານ​ຈົນ​ກວ່າ​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ນີ້ ​ເລືອກ​ຕັ້ງ​ໄດ້ ຜູ້ຮັກສາການນາຍົກລັດຖະມົນຕີຄົນ​ໃໝ່.

   ​ໃນ​ວັນ​ດຽວ​ກັນ, ທ່ານ ສະພາແຫ່ງຊາດຢູແກຼນ Turchinov ​ໃຫ້​ຮູ້​ວ່າ ​ໄດ້​ຮັບ​ໃບ​ຄຳຮ້ອງຂໍ ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງທ່ານ Arseny Yatsenyuk ​ແລະ ປະຈຸ​ບັນ ມີ​ກຳ​ມາ​ທິການ​ໜຶ່ງ​ຂອງສະພາແຫ່ງຊາດຢູແກຼນພວມ​ພິຈາລະນາ, ຫຼັງ​ຈາກ​ນັ້ນ​ຈະ​ນຳ​ມາ​ປຶກສາ​ຫາລື​ຢູ່​ທີ່ສະພາແຫ່ງຊາດ.

ຂ່າວ/ບົດ​ອື່ນ