ສະພາແຫ່ງຊາດສືບຕໍ່ວາລະຊັກຖາມແລະຕອບຄຳຊັກຖາມທີ່ຫໍປະຊຸມ

(VOVWORLD)-ວັນທີ 14 ມິຖຸນາ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຊັກຖາມລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນງອກທ້ຽນ, ລັດຖະມົນຕີກະຊວງສາທາລະນະສຸກ  ຫງວຽນທິກີມຕຽນ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢູງ ກ່ຽວກັບບັນດາບັນຫາຂຶ້ນກັບສິດຄຸ້ມຄອງຂອງບັນດາທ່ານລັດຖະມົນຕີ. 
ສະພາແຫ່ງຊາດສືບຕໍ່ວາລະຊັກຖາມແລະຕອບຄຳຊັກຖາມທີ່ຫໍປະຊຸມ - ảnh 1 ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14

ທ່ານ    ຫງວຽນງອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຕອບຄຳຊັກຖາມກ່ຽວກັບບັນຫາຄຸ້ມຄອງ, ການອອກຫນັງສືອະນຸຍາດໃຫ້ບັນດາການເຄື່ອນໄຫວວັດທະນະທຳ, ສິີລະປະ, ຂຸດຄົ້ນ, ນຳໃຊ້ບັນດາກິດຈະກຳວັດທະນະທຳ, ກິລາ, ຈັດຕັ້ງງານບຸນຕ່າງໆ, ສ້າງວິຖີຊີວິດວັດທະນະທຳ ແລະ ການອະນຸລັກຮັກສາ, ພັດທະນາວັດທະນະທຳສັງຄົມ, ວຽກງານຄຸ້ມຄອງ ແລະ ບັນດາມາດຕະການ ເພື່ອແນໃສ່ຍົກສູງຄຸນນະພາບການວາງແຜນກຳນົດຂະແຫນງທ່ອງທ່ຽວ.

ບັນດາເນື້ອໃນຊັກຖາມທ່ານນາງ ລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກີມຕຽນ ລວມມີ: ສະພາບຕົວຈິງ, ມາດຕະການຍົກສູງຄຸນນະພາບ, ປະສິດທິຜົນຂອງການກວດ, ປິ່ນປົວພະຍາດ, ລາຄາຢຸກຢາ ແລະ ການຄຸ້ມຄອງລັດກ່ຽວກັບຢຸກຢາ, ການລົງທຶນໃຫ້ສາທາລະນະສຸກຂັ້ນຮາກຖານເພື່ອຫລຸດຜ່ອນສະພາບຮັບປິ່ນປົວຄົນເຈັບເກີນຂອບເຂດຢູ່ໂຮງໝໍຂັ້ນເທິງ.

ສ່ວນຄຳຊັກຖາມຊື່ງ ສະມາຊິກສະພາແຫ່ງຊາດໄດ້ສົ່ງເຖິງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢູງ ແມ່ນກ່ຽວຂ້ອງເຖິງບັນດາມາດຕະການລະອຽດເພື່ອລະດົມບັນດາແຫລ່ງກຳລັງໃນສັງຄົມໃຫ້ແກ່ການລົງທຶນພັດທະນາ, ເພີ່ມທະວີການຄຸ້ມຄອງ, ກວດກາ, ຫລີກລ້ຽງການຟຸມເຟືອຍໃນການລົງທຶນສາທາລະນະ, ຄວາມຮັບຜິດຊອບຂອງກະຊວງ, ຂະແຫນງການ ໃນການປະຕິບັດບັນດາໂຄງການຈຸດສຸມແຫ່ງຊາດ. ໃນບັນດາວາລະຊັກຖາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ແລະ ຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ຕອບຄຳຊັກຖາມແມ່ນຂຶ້ນກັບຄວາມຮັບຜິດຊອບລວມຂອງລັດຖະບານ. 

ໃນຕອນເຊົ້າວັນທີ 14 ມີຖຸນາ, ເມື່ອຕິດຕາມວາລະຊັກຖາມລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫງວຽນງອກຖ້ຽນ, ມີຜູ້ມີິສິດເລືອກຕັ້ງຫຼາຍຄົນຖືວ່າ ເລື່ອງທ່ານລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫງວຽນງອກຖ້ຽນຍອມຮັບຕໍ່ຄວາມຮັບຜິດຊອບຕໍ່ໜ້າສະພາແຫ່ງຊາດ ແລະ ມີຜູ້ມີິສິດເລືອກຕັ້ງກ່ຽວກັບຄວາມອ່ອນດ້ອຍທາງດ້ານການຄຸ້ມຄອງລັດຂອງຂະແໜງໃນໄລຍະທີ່ຜ່ານມາແມ່ນສິ່ງທີ່ເປັນໜ້າຊື່ນຊົມ. ບັນດາມີຜູ້ມີິສິດເລືອກຕັ້ງຫວັງວ່າທ່ານລັດຖະມົນຕີຄວນມີບັນດາວິທີການແກ້ໄຂທີ່ເໝາະສົມກ່ວາອີກໃນຂົງເຂດຂະແໜງການຂອງຕົນ.

        ສ່ວນວາລາຊັກຖາມທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກິມຕວຽນດ້ວຍບັນຫາທີ່ກ່ຽວຂ້ອງໂດຍກົງເຖິງຊີວິດ, ສຸຂະພາບຂອງປະຊາຊົນກໍຄືໄດ້ຮັບຄວາມສົນໃຈຂອງມີຜູ້ມີິສິດເລືອກຕັ້ງແຂວງອຽນບ້າຍ. ນາງ ຫງວຽນທິຖາວ ຢູ່ນະຄອນອຽນບ້າຍໃຫ້ຮູ້ວ່າ :

    “  ວາລາຊັກຖາມທ່ານນາງລັດຖະມົນຕີກະຊວງສາທາລະນະສຸກເມື່ອຕອນເຊົ້າມື້ນີ້, ຂ້າພະເຈົ້າເຫັນວ່າ ນີ້ແມ່ນບັນດາບັນຫາທີ່ກ່ຽວຂ້ອງໂດຍກົງເຖິງຊີວິດ, ການເບິ່ງແຍງສຸຂະພາບຂອງປະຊາຊົນ. ອາດຈະເຫັນໄດ້ວ່າ ບັນດາ ສ.ສ.ຊ ໄດ້ກຳແໜ້ນກ່ຽວກັບແນວຄິດຈິດໃຈຂອງມີຜູ້ມີິສິດເລືອກຕັ້ງ. ສຳລັບການຕອບຄຳຊັກຖາມຂອງທ່ານນາງລັດຖະມົນຕີກະຊວງສາທາລະນະສຸກກໍຈະແຈ້ງພໍສົມຄວນ, ແຕ່ມີຜູ້ມີິສິດເລືອກຕັ້ງມີຄວາມຫວັງມີບັນດາວິທີການແກ້ໄຂທີ່ດີກ່ວາເກົ່າ”

ຕອບກັບ

ຂ່າວ/ບົດ​ອື່ນ