ສະພາແຫ່ງຊາດສະຫະພັນແບນຊິກແລະລັດຖະສະພາເອີລົບປາດຖະໜາຢາກເພີ່ມທະວີການພົວພັນໃນການສ້າງກົດໝາຍກັບຫວຽດນາມ

ສະພາແຫ່ງຊາດສະຫະພັນແບນຊິກແລະລັດຖະສະພາເອີລົບປາດຖະໜາຢາກເພີ່ມທະວີການພົວພັນໃນການສ້າງກົດໝາຍກັບຫວຽດນາມ - ảnh 1
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລິວ ພົບ​ປະ​ກັບ
ທ່ານ​ປະ​ທາ​ນ​ສະ​ພາ​ຕ່ຳ​ແບນ​ຊິກ Siegfred Bracke
(​ພາບ: TTXVN)

(vovworld) - ໂ​ດຍ​ສື​ບ​ຕໍ່​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ແລະ ສະ​ຫະ​ພາບ​ເອີ​ລົບ (EU), ວັນ​ທີ 28/06, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລິວ ໄດ້​ມີ​ການ​ພົບ​ປະ​ຄັ້ງ​ຕ່າງໆ ແລະ ພົບ​ປະ​ເຈ​ລະ​ຈາ​ກັບ​ບັນ​ດາ​ການ​ນຳ​ສ້າງ​ກົດ​ໝາຍ​ແບນ​ຊິກ ແລະ ລັດ​ຖະ​ສະ​ພາ​ເອີ​ລົບ (EP).

        ທີ່​ກາ​ນ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນ​ສະ​ພາ​ຕ່ຳ​ແບນ​ຊິກ Siegfred Bracke, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລິວ ໄດ້ຢືນ​ຢັນ​ນະ​ໂຍ​ບາຍ​ສະ​ເໝີປາຍ​ຂອງ​ຫວຽດ​ນາມ ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພ​ັນ​ກັບ​ແບ​ນ​ຊິກ; ປາດ​ຖະ​ໜາ​ຢາ​ກ​ໃຫ​້​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ສ້າງ​ກົດ​ໝາຍ​ຂອງ​ແບນ​ຊິກ ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - EU (EVFTA), ສ​ືບ​ຕໍ່​ສ້າງ​ເງື່ອນ​ໄຂ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ສ່ວນ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ Siegfred Bracke ກໍ່ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ບັນ​ຫາ​ຄວາມ​ສະ​ເໝີ​ພາບລະ​ຫວ່າງ​ຍິ​ງ​ - ຊາຍ, ປະ​ຕ​ິ​ຮູບ​ພື້ນ​ຖານ​ເສດ​ຖະ​ກິດ, ​ການຜັນ​ຂະ​ຫຍາຍ FTA ຫວຽດ​ນາມ - EU ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພ້ອມ​ທັງ​ປາດ​ຖະ​ໜາ​ວ່າ 2 ປະ​ເທດ​ເປີດ​ກວ້າງ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື, ໂດຍ​ສະ​ເພາະ​ແມ່ນ​ດ້ານ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ ບຳ​ລຸງ​ສ້າງ…

        ທີ່​ການ​ຕ້ອນ​ຮັບ​ທ່ານ​ນາງປະ​ທານ​ສະ​ພາ​ສູງ​ແບນ​ຊິກ Christine Defraigne, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລິວ ສະ​ເໜີ​ 2 ປະ​ເທດ​ສືບ​ຕໍ່​ຮ່ວມມ​ື​ກັນ​ຢ່າງ​ແໜ້​ນ​ແຟ້ນຢ​ູ່​ສະ​ຫະ​ປະ​ຊາ​ຊາດ, ເວ​ທີ​ປາ​ໄສ​ອາ​ຊ​ີ - ເອີ​ລົບ (ASEM), ການ​ຮ່ວມ​ມື​ອາ​ຊຽນ - EU, ພ້ອມ​ກັນ​ຮັບ​ມື​ກັບ​ບັນ​ດາ​ບັນ​ຫາ​ທົ່ວ​ໂລ​ກ…

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່າ​ນ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລິວ​ ກໍ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ຮອງ​ປະ​ທານ​ລັດ​ຖະ​ສະ​ພາ​ເອີ​ລົບ; ປະ​ທານ​ຄະ​ນະ​ສະ​ມ​າ​ຊິກ​ລັດ​ຖະ​ສະ​ພາ​ຮັບ​​ຜິດ​ຊອບ​ການ​ພົວ​ພັນ​ກັບ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້; ປະ​ທານລັດ​​ຖະ​ສະ​ພາ​ເຂດ Flanders.

ຂ່າວ/ບົດ​ອື່ນ