ສະພາແຫ່ງຊາດຫວຽດນາມກຽມພ້ອມແບ່ງປັນບົດຮຽນກັບສະພາແຫ່ງຊາດລາວ

ສະພາແຫ່ງຊາດຫວຽດນາມກຽມພ້ອມແບ່ງປັນບົດຮຽນກັບສະພາແຫ່ງຊາດລາວ - ảnh 1
ທ່າ​ນ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ
(ພາບ: Nhan Sáng/TTXVN)

(vovworld) – ສະພາ​ແຫ່ງ​ຊາດ​ ຫວຽດນາມ ​ກຽມພ້ອມ​ແບ່ງປັນ​ບົດຮຽນ​ກັບ​ສະພາ​ແຫ່ງ​ຊາດ​ ລາວ - ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ຢັ້ງຢືນ​ຄື​ດັ່ງກ່າວ​ທີ່​ການ​ພົບ​ປະ​ກັບ​ທ່າ​ນ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ, ​ໃນ​ຕອນ​ບ່າຍວັນ​ທີ 16/9, ​ເນື່​ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ AIPA 35, ຢູ່ ລາວ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢືນ​ຢັນວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ສະ​ຫງວນ​ບຸລິມະສິດ​ຢ່າງ​ສູງ​ໃຫ້​ແກ່​ການ​ປັບ​ປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ ລາວ ​ໃນ​ນະ​ໂຍບາຍ​ກາ​ນຕ່າງປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້ 2 ປະ​ເທດ ສືບ​ຕໍ່​ຮັກສາ ​ແລ​ະ ​ເພີ່ມ​ທະວີ​ບັນດາ​ການ​ຢ້ຽມຢາມ ​ແລະ ພົບ​ປະລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ກໍ່​ຄື​ແລກປ່ຽນ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​​ແໜງ​ການ, ທ້​ອງຖີ່​ນ, ວິ​ສາ​ຫະກິດຂອງ ຫວຽດນາມ ​ແລະ ລາວ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຊີ້​ແຈ້ງວ່າ: ຫວຽດນາມ ພ້ອມ​ແລ້ວ​ແບ່ງປັນ​ບົດຮຽນ​ກັບ​ສະພາ​ແຫ່ງ​ຊາດ ລາວ, ພ້ອມ​ທັງ​ຫວັງ​ວ່າ 2 ຝ່າຍ​​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​​ເຜີຍ​ແຜ່, ສຶກສາ​ໃຫ້​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນນະ​ກ່ຽວ​ກັບ​ຄວາມ​ໝາຍຂອງ​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ ​ໃນ​ສະພາບ​ການ​ໃຫມ່ຢ່າງ​ບໍ່​ຢຸດ​ຢັ້ງ.

        ທ່ານ​​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ຂອບ​ອົບ​ຂອບ​ໃຈ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ສະຫງວນ​ຄວາມ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ສະພາ​ແຫ່ງ​ຊາດ ລາວ ​ໃນ​ການຈັດ​ຕັ້ງ AIPA 35, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ: ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້.

    ​ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ AIPA 35, ຕອນ​ເຊົ້າ​ວັນ​ທີ 17/9, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເຮັດ​ວຽກ​ກັບ​ບັນດາ​ນັກ​ລົງທຶນ ຫວຽດນາມ ຢູ່ ລາວ. ພາຍຫຼັງ​ໄດ້​ຮັບ​ຟັງ​ບັນດາ​ວິ​ສາ​ຫະກິດ​ລາຍ​ງານ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຕີ​ລາຄາ​ສູງ​ບັນດາ​, ຄວາມມານະ​ພະຍາຍາມຂອງ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນຢູ່ ລາວ.

    ທ່ານ​ປະທານ​ສະພາ​ແຫ່​ງຊາດ ຫງວຽນ​ຊິງ​ຮູ່ງ ກໍ່​ຫວັງ​ວ່າ​ຝ່າຍ ລາວ ສືບ​ຕໍ່​ຊ່ວຍ​ເຫຼືອ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ເທື່ອ​ລະ​ກ້າວ, ພ້ອມ​ກັນ​ແບ່ງປັນ​ບັນດາ​ຄວາມ​ສະດວກ, ຄວາມ​ຫຍຸ້ງຍາກ. ຜົນສຳ​ເລັດ​ຂອງ​ລາວ ກໍ່​ແມ່ນ​ຜົນສຳ​ເລັດ​ຂອງ ຫວຽດນາມ ​ແລະ ກົງກັນຂ້າມ.

 



ຂ່າວ/ບົດ​ອື່ນ