ສະພາແຫ່ງຊາດອິຣານ ຮຽບຮຽງກົດໝາຍອະນຸຍາດເພີ່ມທະວີການເສີມທາດ urani

ສະພາແຫ່ງຊາດອິຣານ ຮຽບຮຽງກົດໝາຍອະນຸຍາດເພີ່ມທະວີການເສີມທາດ urani - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 24/01, ຄະນະ​ກຳມາ​ທິການ​ນະ​ໂຍບາຍການ​ຕ່າງປະ​ເທດ ​ແລະ ປ້ອງ​ກັນຄວາມ​ສະຫງົບ​​ສະພາ​ແຫ່ງ​ຊາດອີຣານ ​ໄດ້​ຖະ​ແຫຼ​ງວ່າ, ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້​ໄດ​້​ເລີ່​ມຮຽບຮຽງ​ກົດໝາຍ​ໃໝ່​ທີ່​ອະນຸຍາດ​ໃຫ້​ບັນດາ​ນັກວິທະຍາສາດ​ດ້ານ​ນິວ​ເຄຼຍ ​ເພີ່ມ​ທະວີ​ການ​ເສີມ​ທາດ urani, ​ເຊິ່ງ​​​ແມ່ນ​ການ​ກະທຳ​ໄດ້​ຮັບ​ຖື​ວ່າ​ຈະ​ເຮັດ​​ໃຫ້ການ​ເຈລະຈາ​ພວມ​ດຳ​ເນີນ​ໄປ​ກັບ​ກຸ່​ມ P5+1 ສັບສົນ​ຂຶ້ນ​ຕື່ມ. ​ໂຄສົກ​ຄະນະ​ກຳມາ​ທິການ​ດັ່ງ​ກ່າວ ທ່ານ Hossein Naghavi Hosseini ​ໃຫ້​ຮູ້​ວ່າ, ຄະນະ​ກຳມາ​ທິການ​ກ່ຽວ​ກັບ​ບັນດາ​ຫາ​ນິວ​ເຄຼຍຂອງ​ສະພາ​ແຫ່ງ​ຊາດ​ອີຣານ ພວມ​ປຶກສາ​ຫາລື​ບັນດາ​ບັນຫາ​ດ້ານ​ເຕັກນິກ ກໍ່​ຄື​ລາຍ​ລະອຽດ​ຂອງ​ຮ່າງ​ກົດໝາຍ​ດັ່ງກ່າວ. ທ່ານ​ຊີ້​ແຈ້ງວ່າ “ຮ່າງກົດໝາຍ​ຈະ​ອະນຸຍາດ​ໃຫ້​ລັດຖະບານ​ສືບ​ຕໍ່​ເສີມ​ທາດ urani, ທີ່​ນຳ​ໃຊ້​​ຈັກ​ພົ້ນ​ສູນ​ລຸ້ນ​ໃໝ່”.
ຂ່າວ/ບົດ​ອື່ນ