ສະພາແຫ່ງຊາດອອກມະຕິດັດປັບແຜນການລົງທຶນສາທາລະນະໄລຍະກາງ ໄລຍະ 2016 – 2020

(VOVWORLD) -ມະຕິສະບັບດັ່ງກ່າວໃຫ້ຮູ້ວ່າ ຈະນໍາໃຊ້ເງິນຈໍານວນ 10.000 ຕື້ດົ່ງ ຈາກການດັດປັບຫຼຸດຜ່ອນແຫຼ່ງເງິນລົງທຶນໃຫ້ບັນດາໂຄງການສໍາຄັນແຫ່ງຊາດ

ສະພາແຫ່ງຊາດຫາກໍ ປະກາດໃຊ້ມະຕິກ່່ຽວກັບການດັດປັບແຜນການລົງທຶນໄລຍະກາງໄລຍະ 2016 – 2020. ໃນນັ້ນ, ໄດ້ດັດປັບການເພີ່່ມລະດັບຍອດເງິນລົງທຶນຈາກຕ່າງປະເທດ ໃນແຜນການລົງທຶນສາທາລະນະໄລຍະກາງໄລຍະ 2016 – 2020 ແຕ່ 300.000 ຕື້ດົ່ງ ຂຶ້ນຫຼາຍສຸດແມ່ນ 360.000 ຕື້ດົ່ງ, ພ້ອມທັງດັດປັບການຫຼຸດທຶນກູ້ຢືມພາຍໃນປະເທດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ອຍງົບປະມານ ສໍາລັບບັນດາໂຄງການນໍາໃຊ້ເງິນລົງທຶນຈາກຕ່າງປະເທດ. ມະຕິສະບັບດັ່ງກ່າວໃຫ້ຮູ້ວ່າ ຈະນໍາໃຊ້ເງິນຈໍານວນ 10.000 ຕື້ດົ່ງ ຈາກການດັດປັບຫຼຸດຜ່ອນແຫຼ່ງເງິນລົງທຶນໃຫ້ບັນດາໂຄງການສໍາຄັນແຫ່ງຊາດ; ຈັດແບ່ງ1.766 ຕື້ດົ່ງ ໃຫ້ແກ່ໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ເພື່ອໜູນຊ່່ວຍໃຫ້ບັນດາທ້ອງຖິ່ນທີ່ມີເມືອງຫຼຸດພົ້ນອອກຈາກຄວາມທຸກຍາກ.


ຕອບກັບ

ຂ່າວ/ບົດ​ອື່ນ