ສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມຊຸດທີ 14

(VOVWORLD) -ສະພາແຫ່ງຊາດຫວຽດນາມ ໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບແຜນນະໂຍບາຍກໍ່ສ້າງທາງບົກມີຄວາມໄວສູງ

ໂດຍສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນເຊົ້າວັນທີ 22 ພະຈິກ, ສະພາແຫ່ງຊາດຫວຽດນາມ ໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບແຜນນະໂຍບາຍກໍ່ສ້າງທາງບົກມີຄວາມໄວສູງບາງຕອນຕາມສາຍທາງເຫນືອ -ໃຕ້ ທາງທິດຕາເວັນອອກໄລຍະ 2017-2020.

ກ່ອນຫນ້ານັ້ນ ໃນວາລະປຶກສາຫາລືທີ່ຫໍປະຊຸມ, ສະມາຊິກສະພາແຫ່ງຊາດສ່ວນຫລາຍເຫັນດີຕໍ່ຄວາມຈຳເປັນລົງທຶນຂອງໂຄງການ ແລະ ຖືວ່າ ນີ້ແມ່ນກຳລັງຫນູນໃຫມ່ໃຫ້ແກ່ການເຕີບໂຕ. ເຖິງຢ່າງໃດກໍຕາມ, ມີສະມາຊິກສະພາແຫ່ງຊາດ ສະເຫນີວ່າ: ສຳລັບບາງໂຄງການໃຫຍ່ຄືແນວນັ້ນ ຄວນມີວິໄສທັດຍາວນານ, ບຸກເບີກຫນ້າພຽງເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ ບໍ່ກໍ່ຄວາມຟຸມເຟືອຍຫລາຍ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຮັກສາຄວາມລັບຂອງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ