ສະພາໃຫ້ຄຳປຶກສາວິສາຫະກິດ APEC ປະຊຸມຢູ່ ການາດາ

(VOVWORLD) - ໃນລະຫວ່າງວັນທີ 24 – 28 ກໍລະກົດ, ທີ່ນະຄອນ Toronto ປະເທດ ການາດາ ຈະດຳເນີນກອງປະຊຸມຂອງສະພາໃຫ້ປຶກສາວິສາຫະກິດ APEC (ABAC)
ສະພາໃຫ້ຄຳປຶກສາວິສາຫະກິດ APEC ປະຊຸມຢູ່ ການາດາ - ảnh 1 ທ່ານ ຮ່ວາງວັນຢຸງ ປະທານ ABAC ຫວຽດນາມ  (ພາບ: TTXVN)

ນີ້ແມ່ນກອງປະຊຸມຄັ້ງທີ 3 ຂອງ ABAC ໃນປີນີ້ ດ້ວຍການເຂົ້າຮ່ວມຂອງບັນດາການນຳວິສາຫະກິດທີ່ມາຈາກບັນດາພື້ນຖານເສດຖະກິດສະມາຊິກ APEC ແນໃສ່ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງດ້ານການຄ້າ, ການຮ່ວມມືເສດຖະກິດ ແລະ ເຊື່ອມຕໍ່ໃນພາກພື້ນ ເພື່ອກະກຽມໃຫ້ກອງປະຊຸມສຸດຍອດ APEC ຊຶ່ງດຳເນີນໃນເດືອນ ພະຈິກ ປີ2017 ຢູ່ ຫວຽດນາມ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຮ່ວາງວັນຢຸງ ປະທານ ABAC ຫວຽດນາມ ເປັນຫົວໜ້າຄະນະ.

        ABAC ແມ່ນໜຶ່ງໃນ 3 ກົນໄກສຳຄັນທີ່ສຸດຂອງກອງປະຊຸມສຸດຍອດ APEC. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດສຳຄັນທີ່ສຸດຂອງ ຫວຽດນາມ ຊຶ່ງແມ່ນປະເທດເຈົ້າພາບຈັດຕັ້ງ APEC ໃນປີ 2017 ດ້ວຍຈຸດປະສົງຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມ; ຍູ້ແຮງການຮ່ວມສຳພັນເສດຖະກິດພາກພື້ນຢ່າງເລິກເຊິ່ງກ້ວາງຂວາງ; ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ປະດິດສ້າງຂອງບັນດາວິສາຫະກິດນ້ອຍສຸດ, ນ້ອຍ ແລະ ກາງໃນສັງກາດດີຈີຕອນ,  ແລະ ເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານ, ກະສິກຳແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ