ສະມັດຊາໃຫຍ່ ສປຊ ກົ້ມຫົວໄວ້ອາໄລໜຶ່ງນາທີໃຫ້ປະທານປະເທດ ເຈິ່ນດ້າຍກວາງ

(VOVWORLD) - ກ່ອນໜ້ານັ້ນ, ໃນວັນດຽວກັນ, ໂຄສົກຂອງທ່ານເລຂາທິການໃຍຫ່ ສປຊ Antonio Guterres ໄດ້ອອກຖະແຫຼງການສະແດງຄວາມໂສກເສົ້າເສຍດາຍຕໍ່ການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ

ຕອນບ່າຍວັນທີ 21 ກັນຍາ (ຕາມເວລາ ນິວຢອກ), ກ່ອນທີ່ໄຂວາລະປະຊຸມຄົບຄະນະຄັ້ງທີ 3 ຂອງສະມັດຊາໃຫຍ່ ສປຊ ຊຸດທີ 73, ສະມັດຊາໃຫຍ່ ສປຊ ໄດ້ສະຫງວນເວລາ 1 ນາທີເພື່ອກົ້ມຫົວໄວ້ອາໄລປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າມາຈາກ 193 ປະເທດສະມາຊິກ ສປຊ.

ສະມັດຊາໃຫຍ່ ສປຊ ກົ້ມຫົວໄວ້ອາໄລໜຶ່ງນາທີໃຫ້ປະທານປະເທດ ເຈິ່ນດ້າຍກວາງ  - ảnh 1

ສະມັດຊາໃຫຍ່ ສປຊ ກົ້ມຫົວໄວ້ອາໄລໜຶ່ງນາທີໃຫ້ປະທານປະເທດ ເຈິ່ນດ້າຍກວາງ

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ