ສະມັດຊາໃຫຍ່ ສ.ປ.ຊ ຮັບຮອງເອົາມະຕິສະບັບໜຶ່ງເພື່ອຮັບມືກັບໄພນາບຂູ່ທົ່ວໂລກ

ສະມັດຊາໃຫຍ່ ສ.ປ.ຊ  ຮັບຮອງເອົາມະຕິສະບັບໜຶ່ງເພື່ອຮັບມືກັບໄພນາບຂູ່ທົ່ວໂລກ  - ảnh 1
(ພາບ​ປະ​ກອບ)


(vovworld)- ວັນ​ທີ 5/5, ສະ​ມັດ​ຊາ​ໃຫຍ່ ສ.ປ.ຊ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ສະ​ບັບ​ໜຶ່ງ ແນ​ໃສ່​ປັບ​ປຸງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​​ໃນພາກ​ພື້ນ ແລະ ອະ​ນຸ​ພາກ​ພື້ນ​ເພື່ອ​ຮັບ​ມື​ກັບ​ໄພ​ນາບ​ຂູ່​ທົ່ວ​ໂລກ​ໃຫ້​ດີກວ່າ. ມະ​ຕິ​ດັ່ງ​ກ່າວ​ຊີ້​ແຈ້ງວ່າ ສະ​ມັດ​ຊາ​ໃຫຍ່ ສ.ປ.ຊ ໄດ້​ຊົ​ມ​ເຊີຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຈຸ​ບັນ ແນ​ໃສ່​ປົວ​ແປງ​ການ​ຮ່ວມ​ມື​ລະ​ຫວ່າງ ສ.ປ.ຊ ກັ​ບ ບັນ​ດາ​ ອົງ​ການ​​ໃນພາກ​ພື້ນ ແລະ ອະ​ນຸ​ພາກ​ພື້ນ ເພື່ອ​ມຸງ​ໄປ​ສູ່​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ.

 

ຂ່າວ/ບົດ​ອື່ນ