ສະມັດຊາໃຫຍ່ສປຊເລືອກຕັ້ງ15ສະມາຊິກໃໝ່ເຂົ້າສະພາສິດທິມະນຸດ

ສະມັດຊາໃຫຍ່ສປຊເລືອກຕັ້ງ15ສະມາຊິກໃໝ່ເຂົ້າສະພາສິດທິມະນຸດ - ảnh 1
ກອງ​ປະ​ຊຸມ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ຢູ່ ເຊີ​ແນວ, ປະ​ເທດ ສະ​ວິດ
(ພາບ: ສຳ​ນັກ​ຂ່າວ​ສານ ຊິ​ນ​ຮ​ວາ/TTXVN)

(vovworld) – ວັນ​ທີ 21/10, ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ໄດ້​ປ​່ອນ​ບັດ​ລັບເພື່ອ​ເລືອກ​ຕັ້ງ  15 ປະ​ເທດ​ເຂົ້າ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ອາ​ຍຸ​ການ 3 ປີ, ເລີ່ມ​ແຕ່​ວັນ​ທີ 1/1/2015. ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ຄັ້ງ​ນ​ີ້​ມີ 5 ປະ​ເທດ ພວມ​ແມ່ນ​ສະ​ມາ​ຊິກ​ຂອງ ສະ​ພາ​ສິດ​ທິ​ມະ​ນຸດ​ໄດ້​ຮັບ​ການ​ເລ​ືອກ​ຕັ້ງ​ຄື​ນ​ໃໝ່ ເຊິ່ງ​ລວມ​ມີ: Bolivia Botswana, Congo, India ແລະ Indonesia. 10 ປະ​ເທດ​ຍັງ​ເຫຼືອ​ແມ່ນ​ຫາກໍ່​ໄດ້​ຮັບ​ການ​ເລືອກ​ຕັ້​ງ​ຄື Albania, Bangladesh, El Salvador, Ghana, Latvia, Netherlands, Nigeria, Paraguay, Portugal ແລະ Qatar. ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້, ຈຳ​ນວນ​ທີ່​ນັ່ງ​ຂອງ​ສະ​ມາ​ຊິກ​ໄດ້​ຈັດ​ແບ່ງ​ຕາມ​ພາກ​ພື້ນ​ຄື: 4 ທີ່​ນັ່ງ​ແມ່ນ​ໃຫ້​ກຸ່ມ​ບັນ​ດາ​ປະ​ເທດ ອາບ​ຟ​ຣີ​ກາ, 4 ທີ່​ນັ່ງ​ໃຫ້​ກຸ່ມ​ບັນ​ດາ​ປະ​ເທດ ອາ​ຊີ - ປາ​ຊີ​ຟິກ, 2 ທີ່​ນັ່ງ​ໃຫ້​ກຸ່ມ​ບັນ​ດາ​ປະ​ເທດ ເອີ​ລົບ ຕາ​ເວັນ​ອອກ, 3 ທີ່​ນັ່ງ​ໃຫ້​ກຸ່ມ​ພາກ​ພື້ນ ອາ​ເມ​ລິ​ກາ ລາ​ຕີງ ແລະ ກາ​ຣີ​ເບ, ແລະ 2 ທີ່​ນັ່ງ​ຍັງ​ເຫຼືອ​ສະ​ຫງ​ວນ​ໃຫ້​ແກ່​ກຸ່ມ​ບັນ​ດາ​ປະ​ເທດ ເອີ​ລົບ​ຕາ​ເວັນ​ຕົກ ແລະ ບັນ​ດາ​ປະ​ເທດ ອື່ນ.


ຂ່າວ/ບົດ​ອື່ນ