ສະມັດຊາໃຫຍ່ສະຫະປະຊາຊາດເລືອກຕັ້ງ5ສະມາຊິກບໍ່ປະຈຳການໃໝ່ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

ສະມັດຊາໃຫຍ່ສະຫະປະຊາຊາດເລືອກຕັ້ງ5ສະມາຊິກບໍ່ປະຈຳການໃໝ່ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ - ảnh 1
ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ດຳ​ເນີນ​ການ​ເລືອກ​ຕັ້ງ
 5 ສະມາຊິກ​ບໍ່​ປະຈການຳ​ໃໝ່​ໃຫ້​ສະພາ​ຄວາມ​ໝັ້ນຄົງ
(ພາບ: THX/TTXVN)

(vovworld) – ​ ​ ວັນ​ທີ 28/06 ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ດຳ​ເນີນ​ການ​ເລືອກ​ຕັ້ງ 5 ສະມາຊິກ​ບໍ່​ປະຈຳການ​ໃໝ່​ໃຫ້​ສະພາ​ຄວາມ​ໝັ້ນຄົງ. ບັນດາ​ປະ​ເທດ​ຖື​ກຮັບ​ການ​ເລືອກ​ຕັ້ງ​ແມ່ນ ກາ​ຢຽກສະຖານ, ຊູ​ແອັດ, ​ເອທີ​ໂອ​ປີ ແລະ ​ໂບລີ​ວີ ດ້ວຍ​ອາຍຸ​ການ 2 ປີ. ​ໂດຍ​ສະ​ເພາະ​ສຳລັບ​ກໍລະນີ​ເລືອກ​ຕັ້ງສະມາຊິກ​ບໍ່​ປະຈຳການ​ຄັ້ງ​ທີ 5 ຂອງ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ສະມັດຊາ​ໃຫຍ່ຕ້ອງ​ດຳ​ເນີນການ​​ປ່ອນ​ບັດ 5 ຮອບ ​ເມື່ອ 2 ປະ​ເທ​ດອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ ​ໂປ​ໂລ​ຍ ​ແລະ ອີ​ຕາ​ລີ ຍັງ​ໄດ້​ຮັບ​ບັດ​ສະໜັບສະໜູນ​ເທົ​່າກັນ​ແມ່ນ 95 ບັດ, ​ໃນ​ຂະນະ​ນັ້ນ ຈຳນວນບັດ​ສະໜັບສະໜູນຕ້ອງ​ຍາດ​ໄດ້ 127 ບັດ ​ຈຶ່ງ​​ໄດ້​ຮັບ​ໄຊຊະນະ. ພາຍຫລັງ ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດດຳ​ເນີນ​ກອງ​ປະຊຸມ​ປິດ​ລັບ 2 ຄັ້ງ, ບັນດາ​ສະມາຊິກ​ສະມັດຊາ​ໃຫຍ່​ຈຶ່ງສະຫລຸບ​​ໄດ້ວ່າ ອີ​ຕາ​ລີ ຈະ​​ໄດ້​ຮັກສາ​ຕຳ​ແໜ່​ງ​ເປັນ​ກຳມະການ​ບໍ່​ປະຈຳການ​ໃໝ່​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ປີ 2017 ​ແລະ ​​​ໂປ​ໂລ​ຍ ຈະ​ສືບ​ຕໍ່​ຮັບ​ສາ​ທີ່​ຕັ້ງ​ໃນ​ປີ 2018.

ຂ່າວ/ບົດ​ອື່ນ