ສະມາຄົມຊາວຫວຽດນາມອາໄສຢູ່ແຂວງຊຽງຂວາງ,ຂົວເຊື່ອມຕໍ່ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ-ລາວ

ສະມາຄົມຊາວຫວຽດນາມອາໄສຢູ່ແຂວງຊຽງຂວາງ,ຂົວເຊື່ອມຕໍ່ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ-ລາວ - ảnh 1
​ງານພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອກາດ​ບຸ​ນ​ເຕັດ​ປີ​ລະກາ 2017
(ພາບ: TTXVN)

(vovworld) – ​ ​ ຕອນ​ຄ່ຳ​ວັນ​ທີ 01/02 ຢູ່​ນະຄອນຫລວງ ວຽງ​ຈັນ (ລາວ), ສະ​ໂມ​ສອນ​ສະມາຄົມ​ຊາ​ວ ຫວຽດນາມ ອາ​ໄສ​ຢູ່​ແຂວງ ຊຽງ​ຂວາງ ຈັດ​ຕັ້ງ​ງານພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອກາດ​ບຸ​ນ​ເຕັດ​ປີ​ລະກາ 2017. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນ​ບ໋າ​ຮູງ ອວຍພອນ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ແຂວງ ຊຽງ​ຂວາງ ຍາມ​ໃດ​ກໍ່ມີ​ຄວາມ​ສາມັກຄີ, ສະໜິດ​ຕິດ​ພັນ, ສ້າງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ແຂວງ ຊຽງ​ຂວາງ ​ໃຫ້​ກໍ່ໝັ້ນຄົງ​ເຂັ້ມ​ແຂງ​ທຸກ​ດ້ານ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ ລາວ ອ້າຍ​ນ້ອງ. ທ່ານ ຄຳ​ຈັນ ສີ​ພັນ​ທອງ ປະທານ​ສະ​ໂມ​ສອນ​ສະມາຄົມຊາ​ວ ຫວຽດນາມ ອາ​ໄສ​ຢູ່​ແຂວງ ຊຽງ​ຂວາງ ​ເນັ້ນ​ໜັກ​ວ່າ: ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ແຂວງ ຊຽງ​ຂວາງ ຈະ​​ເປັນຂົວຕອນ​ໜຶ່ງ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ​​ເພື່ອເຊື່ອ​ມຕໍ່​ນ້ຳ​ໃຈ​ສາມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ລາວ.

        ໃນ​ໂອກາດ​ບຸນ​ເຕັດ​ປະຈຳ​ຊາດປີ​ໃດ, ສະ​ໂມ​ສອນ​ສະມາຄົມ​ຊາ​ວ ຫວຽດນາມ ອາ​ໄສ​ຢູ່​ແຂວງ ຊຽງ​ຂວາງ ກໍ່ຈັດ​ຕັ້ງ​ງານພົບ​ປະ​ສັງ​ສັນ​ຍາມລະດູບານ​​ໃໝ່​, ​​ເພື່ອແນ​ໃສ່​ຮັກສາ​ຮີດຄອງ​ປະ​ເພນີ ​ແລະ ຄວາມ​ງາມທີ່​ເປັນ​ມູນ​ເຊື້ອ​ຂອງ​ວັດທະນະທຳ​ ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສະໜິດ​ຕິດ​ພັນ​ໃນ​ສະມາຄົມ.

ຂ່າວ/ບົດ​ອື່ນ