ສະມາຄົມພຸດທະສາສະໜາຫວຽດນາມຍາມໃດກໍ່ຮ່ວມເດີນທາງພ້ອມກັບແນວໂຮມປະເທດຊາດຫວຽດນາມ

ສະມາຄົມພຸດທະສາສະໜາຫວຽດນາມຍາມໃດກໍ່ຮ່ວມເດີນທາງພ້ອມກັບແນວໂຮມປະເທດຊາດຫວຽດນາມ - ảnh 1
ສະມາຄົມພຸດທະສາສະໜາຫວຽດນາມຍາມໃດກໍ່ຮ່ວມ
ເດີນທາງພ້ອມກັບແນວໂຮມປະເທດຊາດຫວຽດນາມ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 19/1, ຢູ່ ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ ສະມາຄົມ​ພຸ​ດທະ​ສາສະໜາ​ ຫວຽດນາມ ​ໂດຍ​ພະ​ມະຫາ​ອາຈານ ທິກ​ແທງ​ຍ້ຽວ, ຮອງ​ປະທານ​ຜູ້​ປະຈຳການ​ສະພາ​ບໍລິຫານ​ສູນ​ກາງ ສະມາຄົມ​ພຸ​ດທະ​ສາສະໜາ ​ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ, ມາ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ອົງການ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ. ທີ່​ການ​ຕ້ອນຮັບ, ພະ​ມະຫາ​ອາຈານ ທິກ​ແທງ​ຍ້ຽວ ​ໄດ້​ສົ່ງ​ພອນ​ໄຊ​ອາ​ປະ​ເສີດ​ທີ່​ສຸດ​ເຖິງ ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປີ​ລະກາ 2017, ​ແລະ ສະ​ແດງ​ຄວາມ​ປາຖະໜາ​ວ່າ, ປີ​ໃໝ່, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈະ​ປະຕິບັດ​ການ​ຂົນຂວາຍ, ຂະ​ບວນການ​ທີ່​ໄດ້​ວາງ​ອອກ​ຢ່າງ​ມີ​ປະສິດທິ​ຜົນ, ຍາມ​ໃດ​ກໍ່​ແມ່ນ​ຊາຍ​ຄາ​ລວມຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ພະ​ມະຫາ​ອາຈານ ທິກ​ແທງ​ຍ້ຽວ ຢືນຢັນ​ວ່າ, ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ, ບັນດາ​ປະສົງ​ສາມະ​ເນນ, ພຸດທະສາສະ​ນິກະ​ຊົນ ຍາມ​ໃດ​ກໍ່​ຈະ​ຮ່ວມ​ເດີນທາງ​ພ້ອມ​ກັບປະ​ເທດ​ຊາດ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ລະດົມ, ຂະ​ບວນການ​ຕ່າງໆ ​ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ວາງ​ອອກ, ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ.

        ກ່າວ​ຄວາມ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ ​ເຈິ່ນ​ແທງ​ເມິ໋ນ, ຮອງ​ປະທານ, ​ເລຂາທິການ​ໃຫຍ່ ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ອວຍພອນ ສູນ​ກາງ​ສະມາຄົມ ພຸດທະ​ສາສະໜາ ຫວຽດນາມ, ບັນດາພຸດທະສາສະນິກະຊົນ​ໃນ​ທົ່ວ​ປະ​ເທດ​ປະສົບ​ແຕ່​ຄວາມ​ໂຊກ​ດີ​ໃນ​ປີ​ໃໝ່, ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ໄລຍະ​ສຳຄັນ, ​ເພື່ອ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ, ພັດທະນາ, ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ.

 

ຂ່າວ/ບົດ​ອື່ນ