ສະມາຄົມ​ມິດຕະພາບ ຫວຽດນາມ - ລັດ​ເຊຍ ນະຄອນ ​ໂຮ່ຈີ​ມິນ ຄຳນັບ​ຮັບ​ຕ້ອນ​ປີ​ໃໝ່ 2012

ຕອນ​ຄ່ຳ​ວັນ​ທີ​ 28/12, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ລັດ​ເຊຍ ນະຄອນ ​ໂຮ່ຈີ​ມິນ​ໄດ້​ພົບ​ປະກັນ ​ເພື​່ອຄຳນັບ​ຮັບ​ຕ້ອນ​ປີ​ໃໝ່ 2012, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອະ​ດິ​ດນັກ​ສຶກສາ​ຢູ່ ​ໂຊ​ວຽດ​ເກົ່າ ​ແລະ ບັນດາ​ເພື່ອນ​ລັດ​ເຊຍ​ພວມ​ດຳລົງ​ຊີວິດ ​ແລະ ​ເຮ​ັດວຽກຢູ່​ນະຄອນໂຮ​່ຈີ​ມິນ. ທ່ານ ຮ່ວາງ​ຮື​ວ​ເຫ​ງັຍ, ທ່ານປະທານ​ສະມາ​ຄົມ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ ນະຄອນ​ໂຮ​່ຈີ​ມິນ​ໃຫ້​ຮູ້​ວ່າ: ປີຜ່ານມາ, ​ໂດຍຜ່ານ​ຜ່າ​ບັນດາ​ການ​ທ້າ​ທາຍ​ຈາກ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກນັ້ນ, ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ​ຍັງ​ຄົງ​ສືບ​ຕໍ່​ພັດທະນາ​ໃນ​ທຸກ​ຂົງ​ເຂດ. ຢູ່​ນະຄອນ ​ໂຮ່ຈີ​ມິນ, ການ​ເຄື່ອນ​ໄຫວ​ຕ່າງ​ໆ ​ເພື່ອ​ລະນຶກ​ບັນດາ​ວັນ​ບຸນ​ໃຫຍ່ຂອງ 2 ຊາ​ດຄື: ວັນ​ປົດ​ປ່ອຍ​ພາກ​ໃຕ້, ວັນ​ປະ​ເທດ​ລັດ​ເຊຍ, ວັນຊາດ​ຫວຽ​ດນາມ, ​ວັນໄຊຊະນະ​ຟາດ​ຊີດ, ວັນ​ການປະ​ຕິ​ວັດ​ເດືອນ​ຕຸລາ​ລັດ​ເຊຍ. ​ໄດ້ປະກອບສ່ວນ​ປັບປຸງ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ