ສະມາຄົມມິດຕະພາບຫວຽດນາມລາວນະຄອນດ່າໜັງຢ້ຽມຢາມແຂວງບໍລິຄຳໄຊ

(VOVWORLD) - ສອງຝ່າຍໄດ້ປະກອບຄຳຄິດຄຳເຫັນໃສ່ບາງບັນຫາທີ່ສຳຄັນ ເພື່ອເປັນການຖອດຖອນ ແລະ ແລກປ່ຽນບົດຮຽກເຊິ່ງກັນ ແລະ ກັນ ເປັນຕົ້ນ ແມ່ນວຽກງານການສຶກສາ, ການພົວພັນຮ່ວມມື, ການພັດທະນາເສດ ຖະກິດ-ສັງຄົງ ແລະ ອື່ນໆ.
ສະມາຄົມມິດຕະພາບຫວຽດນາມລາວນະຄອນດ່າໜັງຢ້ຽມຢາມແຂວງບໍລິຄຳໄຊ - ảnh 1
ສະມາຄົມມິດຕະພາບຫວຽດນາມລາວນະຄອນດ່າໜັງຢ້ຽມຢາມແຂວງບໍລິຄຳໄຊ - ảnh 2

ຕາມຂປລ. ທ້າຍເດືອນພະຈິກ ຜ່ານມາ, ຄະນະສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນດາໜັງ ສສ ຫວຽດນາມ ນຳໂດຍທ່ານ ຟຸ້ງເຕີມຫວຽດ ກຳມະການພັກນະຄອນ, ຫົວໜ້າຄະນະຄຸ້ມຄອງເຂດເຕັກໂນໂລຊີ ຂັ້ນສູງນະຄອນດ່າໜັງ ໄດ້ເດີນທາງມາຢ້ຽມຢາມ ແຂວງບໍລິຄຳໄຊ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍປະທານສະມາຄົມ ມິດຕະພາບລາວ-ຫວຽດນາມຂັ້ນແຂວງ.

ໃນໂອກາດຄະນະຜູ້ແທນກໍໄດ້ພົບປະສອງຝ່າຍກັບ ທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ທັງເປັນປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງບໍລິຄຳໄຊ. ສອງຝ່າຍໄດ້ປະກອບຄຳຄິດຄຳເຫັນໃສ່ບາງບັນຫາທີ່ສຳຄັນ ເພື່ອເປັນການຖອດຖອນ ແລະ ແລກປ່ຽນບົດຮຽກເຊິ່ງກັນ ແລະ ກັນ ເປັນຕົ້ນ ແມ່ນວຽກງານການສຶກສາ, ການພົວພັນຮ່ວມມື, ການພັດທະນາເສດ ຖະກິດ-ສັງຄົງ ແລະ ອື່ນໆ.

 ໂອກາດນີ້, ທ່ານປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນແຂວງບໍລິຄຳໄຊ ກໍໄດ້ຕີລາຄາຄືນຜົນການຮ່ວມມືລະຫວ່າງແຂວງບໍລິຄຳໄຊ ກັບບັນດາແຂວງຕິດຊາຍແດນຂອງ ສສ ຫວຽດນາມ ເຫັນວ່າ ການນຳ ທຸກຂັ້ນ ກໍໄດ້ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ເກີດດອກອອກຜົນຢ່າງຈົບງາມ. ນອກນີ້ ຄະນະຜູ້ແທນແຂວງບໍລິຄຳໄຊ ແລະ ບັນດາແຂວງຂອງ ສສ ຫວຽດນາມ ກໍຍັງພົບປະ ແລກປ່ຽນຖອດຖອນບົດຮຽນກັນຢ່າງເປັນປະຈຳ ໂດຍສະເພາະວຽກງານສະພາປະຊາຊົນ, ວຽກງານແມ່ຍິງ, ການສຶກສາ, ສາທາລະນະສຸກ ແລະ ວຽກງານອື່ນໆ.

     ໃນໂອກາດການມາຢ້ຽມຢາງຄັ້ງນີ້ ຄະນະສະມາຄົມມິດຕະພາບຫວຽດນາມ-ລາວ ນະຄອນດາໜັງ ກໍໄດ້ມອບທຶນການສຶກສາ ຈຳນວນ 11 ທຶນ, ປື້ມຮຽນພາສາລາວ-ຫວຽດນາມ, ອຸປະກອນຄອມພິວເຕີ 1 ຊຸດ ໃຫ້ແກ່ຄະນະສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງບໍລິຄຳໄຊ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ