ສະມາຄົມວິຈິດສິນ ຫວຽດນາມ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຂອງຕົນ

(VOVWORLD) - ສະມາຄົມວິຈິດສິນ ຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍລັກສະນະມີຫົວຄິດປະດິດສ້າງສູງສຸດ, ຮ່ວມແຮງຮ່ວມໃຈສ້າງສາພື້ນຖານວິຈິດສິນ ຫວຽດນາມ ໃຫ້ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ ແລະ ຍຸກສະໄໝ. ສະມາຄົມວິຈິດສິນ ຫວຽດນາມ ຕິດຕາມຈຸດປະສົງ, ເຕົ້າໂຮມ
ສະມາຄົມວິຈິດສິນ ຫວຽດນາມ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຂອງຕົນ - ảnh 1ທ່ານຫວໍວັນເຖືອງ ມອບໝາຍໜ້າທີ່ໃຫ້ສະມາຄົມ 

ຕອນເຊົ້າວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ສະມາຄົມວິຈິດສິນ ຫວຽດນາມ ໄດ້ຈັດຕັ້ງສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະມາຄົມ (1957 – 2017). ເຂົ້າຮ່ວມພິທີມີທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານ ຫງວຽນເທ໋ກີ້, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ, ປະທານສະພາທິດສະດີ, ວິຈານວັນນະຄະດີສິລະປະສູນກາງ; ທ່ານ ເວືອງຢູຍບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ມອບໜ້າທີ່ໃຫ້ສະມາຄົມວິຈິດສິນ ຫວຽດນາມ ວ່າ:

        “ສະມາຄົມວິຈິດສິນ ຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍລັກສະນະມີຫົວຄິດປະດິດສ້າງສູງສຸດ, ຮ່ວມແຮງຮ່ວມໃຈສ້າງສາພື້ນຖານວິຈິດສິນ ຫວຽດນາມ ໃຫ້ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ ແລະ ຍຸກສະໄໝ. ສະມາຄົມວິຈິດສິນ ຫວຽດນາມ ຕິດຕາມຈຸດປະສົງ, ເຕົ້າໂຮມ, ລະດົມວົງການນັກສິລະປະການສ້າງບັນດາຜົນງານການປະດິດສ້າງມີຄຸນຄ່າສູງກ່ຽວກັບແນວຄວາມຄິດ ແລະ ສິລະປະ. ຍົກສູງປະສິດທິຜົນບັນດາການເຄື່ອນໄຫວວາງສະແດງ, ແນະນຳ, ປະກາດບັນດາຜົນງານການປະດິດສ້າງຮັບໃຊ້ປະຊາຊົນໃນທຸກຖິ່ນຖານຂອງປະເທດຊາດ; ຄົ້ນຄ້ວາປ່ຽນໃໝ່, ພັດທະນາທິດສະດີ ວິຈານວິຈິດສິນ.”

ຕອບກັບ

ຂ່າວ/ບົດ​ອື່ນ