ສະມາຄົມສ.ເຊັກໂກ-ຫວຽດນາມມານະພະຍາຍາມຮັກສາພາບບົດຫວຽດນາມຢູ່ສ.ເຊັກໂກ

(VOVWORLD) -ສະມາຄົມສ.ເຊັກໂກ - ຫວຽດນາມ ຈະສືບຕໍ່ມີການເຄື່ອນໄຫວຫຼາຍຢ່າງເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ, ຊຸກຍູ້ວິວັດທະນາການເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນ, ພ້ອມທັງເພີ່ມທະວີນ້ຳໃຈມິດຕະພາບ, ຄວາມເຂົ້າອົກເຂົ້າໃຈລະຫວ່າງ 2 ຊາດ.
ສະມາຄົມສ.ເຊັກໂກ-ຫວຽດນາມມານະພະຍາຍາມຮັກສາພາບບົດຫວຽດນາມຢູ່ສ.ເຊັກໂກ - ảnh 1(ສະມາຄົມສ.ເຊັກໂກ-ຫວຽດນາມມານະພະຍາຍາມຮັກສາພາບບົດຫວຽດນາມຢູ່ສ.ເຊັກໂກ)

ນີ້ແມ່ນບັນດາການກຳນົດທິດຂອງສະມາຄົມທີ່ໄດ້ວາງອອກໃນປີ 2019 ທີ່ກອງປະຊຸມສະຫຼຸບການເຄື່ອນໄຫວຂອງສະມາຄົມໃນປີ 2018 ເຊິ່ງດຳເນີນໃນວັນທີ 08 ທັນວາ, ຢູ່ນະຄອນຫຼວງ Praha.

        ຕາມທ່ານ Milos Kusy, ປະທານສະມາຄົມສ.ເຊັກໂກ - ຫວຽດນາມ ແລ້ວ, ໃນປີ 2019 ການເຄື່ອນໄຫວຕົ້ນຕໍ່ຂອງສະມາຄົມແມ່ນຮັກສາພາບພົດຂອງຫວຽດນາມ ແລະ ປະຊາຊົນຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ.

        “ປີຈະມາເຖິງ, ພວກຂ້າພະເຈົ້າຈະເພີ່ມທະວີການສະໜັບສະໜູນຫວຽດນາມ ໃນການຕໍ່ສູ້ປົກປັກຮັກສາອຳນາດອະທິປະໄຕເຂດ ທະເລ ໝູ່ເກາະ,  ໜູນຊ່ວຍການສ້າງວຽກເຮັດງານທຳໃຫ້ຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ ໃຫ້ຫຼາຍກວ່າອີກ ແລະ ສະເໜີໃຫ້ລັດຖະບານເຊັກໂກ ສ້າງເງື່ອນໄຂເພື່ອອອກວີຊາໃຫ້ພົນລະເມືອງຫວຽດນາມ ທີ່ປາດຖະໜາຢາກດຳລົງຊີວິດ, ອອກແຮງງານ ແລະ ຮ່ຳຮຽນຢູ່ ເຊັກໂກ”.

        ກວ່າ 20 ປີນັບແຕ່ວັນສ້າງຕັ້ງສະມາຄົມ, ສະມາຄົມສ.ເຊັກໂກ - ຫວຽດນາມ ຍາມໃດກໍ່ມີແຜນນະໂຍບາຍໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ ຜ່ານຜ່າບັນດາຄວາມແຕກຕ່າງທາງດ້ານວັດທະນະທຳ, ສັງຄົມ ແລະ ສາສະໜາ ເພື່ອຮັບປະກັນຊີວິດການເປັນຢູ່ ແລະ ເຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ