ສະມາຊິກຊາວໜຸ່ມ, ຊາວໜຸ່ມກ່ວາ 300 ຄົນເຂົ້າຮ່ວມລາຍການ “ຈົ່ງອະນາໄມທະເລໃຫ້ສະອາດ” ປີ 2018

(VOVWORLD) - ການເຄື່ອນໄຫວ “ຈົ່ງອະນາໄມທະເລໃຫ້ສະອາດ” ໄດ້ຮັບການຜັນຂະຫຍາຍແຕ່ວັນທີ 12 ກໍລະກົດ - 31 ສິງຫາ.

ຕອນເຊົ້າວັນທີ 4 ສິງຫາ, ຢູ່ທ່າກ່ຳປັ່ນ ຝູ່ຫາຍ (ນະຄອນ ຟານທຽດ), ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ສົມທົບກັບຄະນະຊາວໜຸ່ມແຂວງ ບິ່ງທ້ວນ ຈັດຕັ້ງລາຍການ “ຈົ່ງອະນາໄມທະເລໃຫ້ສະອາດ” ປີ 2018. ການເຄື່ອນໄຫວດັ່ງກ່າວໄດ້ດຶງດູດສະມາຊິກຊາວໜຸ່ມ, ຊາວໜຸ່ມທ້ອງຖິ່ນກ່ວາ 300 ຄົນເຂົ້າຮ່ວມ.

        ການເຄື່ອນໄຫວ “ຈົ່ງອະນາໄມທະເລໃຫ້ສະອາດ” ໄດ້ຮັບການຜັນຂະຫຍາຍແຕ່ວັນທີ 12 ກໍລະກົດ - 31 ສິງຫາ. ການເຄື່ອນໄຫວນີ້ໄດ້ກຳນົດແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງບັ້ນຮົບຊາວໜຸ່ມອາສາສະໝັກລະດູແລ້ງປີ 2018, ທີ່ຄະນະເລຂາສູນກາງຊາວໜຸ່ມໄດ້ຜັນຂະຫຍາຍໃນທົ່ວປະເທດ. ດ້ວຍສານທີ່ວ່າ ຈົ່ງກະທຳ ເຖິງວ່າວຽກງານນ້ອຍ ເພື່ອນຳມາເຊິ່ງການແຜ່ຂະຫຍາຍໃນປະຊາຊົນທ້ອງຖິ່ນ ນັບທັງແຂກທ່ອງທ່ຽວຢູ່ບັນດາຫາດຊາຍທະເລ, ບັນດາເຂດແຄມທະເລ, ລາຍການນີ້ມີການເຄື່ອນໄຫວຕ່າງໆຄື: ອະນາໄມ ເກັບມ້ຽນຂີ້ເຫຍື້ອຢູ່ຫາດຊາຍທະເລ; ສ້າງຕັ້ງ ແລະ ຮັກສາບັນຫາກຸ່ມນັກອາສາສະໝັກຫຼັກແຫຼ່ງເພື່ອປົກປັກຮັກສາສິ່ງແວດລ້ອມທະເລ…

ຕອບກັບ

ຂ່າວ/ບົດ​ອື່ນ