ສະມາຊິກສະພາສູງອາເມລິກາໃຫ້ຄຳໝັ້ນສັນຍາແກ້ໄຂທຸກໆຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກດ້ວຍສັນຕິິວິທີ

ສະມາຊິກສະພາສູງອາເມລິກາໃຫ້ຄຳໝັ້ນສັນຍາແກ້ໄຂທຸກໆຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກດ້ວຍສັນຕິິວິທີ - ảnh 1
​ສະ​ມາ​ຊິກ​ສະ​ພາ​ສູງ ອາ​ເມ​ລິ​ກາ John McCain

(vovworld) – ​​ ​​​ຕອນ​ບ່າຍ​ວັນ​ທີ 27/5, ໃນ​ການ​ຕ້ອນ​ຮັບ​ສະ​ມາ​ຊິກ​ສະ​ພາ​ສູງ ອາ​ເມ​ລິ​ກາ John McCain ພວມ​ຢູ່​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ຊິງ​ຮູ່ງ ຊົມ​ເຊີຍ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ມາຢ້ຽມ​ຢາມ ຫວຽດ​ນາມ ແລະ ຢັ້ງ​ຢື​ນ​ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 2 ຝ່າຍ​ທົບ​ທວນ​ຄືນ​ການ​ພົວ​ພັນ​ຮ່ວມ​ມື, ພັດ​ທະ​ນາ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ​ຂີດ​ໝາຍ​​ທີ່​ໜ້າ​ສົ່ງ​ເສີມ​ໃນ​ການ​ພົວ​ພັນ​ຮ່ວມ​ມື, ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​​ແມ່ນມີ​ການ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ, ໃນ​ນັ້ນ​ມີ​ທ່ານ John McCain. ທ່ານ​ປະ​ທານ​ສະ​ພາ​ແຫ​່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຫວັງ​ວ່າ: ສະ​ພາ​ແຫ່ງ​ຊ​າດ ອາ​ເມ​ລິ​ກາ ສະ​ໜັບ​ສະ​ໜູນ ແລະ ອະ​ນຸ​ມັດ​ຜ່ານ​ສັນ​ຍາ​ຄູ່​ຮ່ວມ​ມື​ການ​ຄ້າ​ຂ້າມ​ປາ​ຊີ​ຟິກ (TPP) ໂດຍ​ໄວ, ຜ່ານນັ້ນ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ເນັ້​ນ​ໜັກ​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ່​ຕັ້ງ​ໜ້າ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ, ພ້ອມ​ແລ້ວ​ທີ່​ເປັນ​ເພື່ອນ​ມິດ, ແມ່ນ​ຄູ່​ຮ່ວມ​ມື​​ທີ່ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ.

        ທ່ານ ສ​ສ​ຊ John McCain ຫວັງ​ວ່າ: ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພ້ອມ​ກັບ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ຈະ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ສັນ​ຍາ TPP ໂດຍ​ໄວ ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ ແລະ ສ​ຳ​ຄັນ​ກ່​ວາ​ແມ່ນ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ໃຫ້​ແກ​່​ປະ​ຊາ​ຊົນແຕ່​ລະ​ປະ​ເທດ. ທ່ານ​ ສ​ສ​ຊ John McCain ແລະ ບັນ​ດາ​ສະ​ມາ​ຊິກ​​ໃນ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ສູງ ອາ​ເມ​ລິ​ກາ ກໍ່​ສະ​ແດງ​ຄວາມ​ວິ​ຕົກ​ວັງ​ວົນ​ຕໍ່​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ແກ້​ໄຂ​ທຸກໆ​ຄວາມບໍ່​ລົງ​ລອຍ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ພ້ອມ​ທັງ​ສະ​ເໜີ​ບັນ​ດາ​ຝ່າຍ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.


ຕອບກັບ

ຂ່າວ/ບົດ​ອື່ນ