ສະວິດຊຸກຍູ້ການຮ່ວມມືກັບອາຊຽນ

ສະວິດຊຸກຍູ້ການຮ່ວມມືກັບອາຊຽນ - ảnh 1

(vovworld) – ​ວັນ​ທີ 20/4, ທ່ານ​ນາງ Marie Gabrielle Ineichen Fleisch, ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ດ້ານ​ເສດ​ຖະ​ກິດ​ຂອງ ສະ​ວິດ ມີ​ການ​ຢ້ຽມ​ຢາມ​ຄະ​ນະ​ເລ​ຂາ​ ອາ​ຊຽນ ຢ່າງ​ເປັນ​ທາງ​ການ ແລະ ມີ​ການ​ພົບ​ປະ​ກັບ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ, ດ​ຣ Lim Hong Hin. ທີ່​ການ​ພົບ​ປະ, ທ່ານຮອງ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ Lim Hong Hin ຕີ​ລາ​ຄາ​ສູງ​ຄວາມ​ເອົາ​ໃຈ​ໃສ່​ຂອງ ສະ​ວິດ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກັບ ອາ​ຊຽນ. ທ່ານ​ໄດ້​ສະ​ຫລຸບ​ກ່ຽວ​ກັບ​ບັນ​ດາ​ຄວາມ​ຄືບ​ໜ້າ​ບັນ​ລຸ​ໄດ້​ໃນ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ (AEC) ແລະ ບັນ​ດາ​ຄວາມ​ກ້າວ​ໜ້າ​ບັນ​ລຸ​ໄດ້​ໃນ​ການ​ເຈ​ລະ​ຈາ​ບັນ​ດາ​ສັນ​ຍາກາ​ນ​ຄ້າ​ຄື: ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ (RCEP) ບ​ົນ​ພື້ນ​ຖານ​ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ ອາ​ຊຽນ +1. ທ​່ານ​ນາງ​ລັດ​ຖະ​ມົນ​ຕີ ສະ​ວິດ ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມກໍ່​ສ້າງ AEC ຂອງ ອາ​ຊຽນ ແລະ ຢັ້ງ​ຢືນ​ຄືນ​ໃໝ່​ຄວາມ​ສົນ​ໃຈ​ຢ່າງ​ແຮງ​ຂອງ ສະ​ວິດ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ອາ​ຊຽນ ແລະ ບັນ​ດາ​ປະ​ເທດ ສະ​ມາ​ຊິກ, ພິ​ເສດ​ແມ່ນ​ໃນ​ການ​ຮ່ວມມ​ມື​ເສດ​ຖະ​ກິດ.


ຂ່າວ/ບົດ​ອື່ນ