ສະວິດ,ອີຢູປຶກສາຫາລືແຜນການເພີ່ມທະວີການຄວບຄຸມເຂດຊາຍແດນ

ສະວິດ,ອີຢູປຶກສາຫາລືແຜນການເພີ່ມທະວີການຄວບຄຸມເຂດຊາຍແດນ - ảnh 1
ຮ້ານຂາວແອດຊັງຢູ່ ຊາຍແດນ ເກຼັກກາຍເປັນບ່ອນຢູ່ຂອງຊາວອົບພະຍົບ
(ພາບ: AP )

(vovworld) –  ​ໂຄສົກ​ຂອງ​ກະຊວງ​ພາຍ​ໃນ ສະ​ວິດ ທ່ານ Karl – Heinz Grundoeck ວັນ​ທີ 30/4 ​ໄດ້​ຢັ້ງຢືນ​ວ່າ: ປະ​ເທດ​ນີ້​ພວມ​ປຶກສາ​ຫາລື​ກັບ​ຄະນະ​ກຳ​ທະ​ການ ​ເອີ​ລົບ (EC) ​ແລະ ບັນດາ​ຄູ່​ຮ່ວມ​ມື ​ເອີ​ລົບ ກ່ຽວ​ກັບ​ການ​ຕໍ່​ກຳນົດ​ເວລາ​ການ​ເຄື່ອນ​ໄຫວ​ຄວບ​ຄຸມ​ເຂດ​ຊາ​ຍ​ແດນ ທີ່​​ເຄີຍ​ຖືກ​ນຳ​ໃຊ້​ແຕ່​ທ້າຍ​ປີ 2015 ​ແລະ ​ໃກ້​ຈະ​ໝົດ​ກຳນົດ​ເວລາ​ໃນ​ວັນ​ທີ 12/5 ຈະ​ມາ​ເຖິງ, ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ກະ​ແສ​ຟອງຊາວ​ອົບ​ພະຍົບ​ເຂົ້າ​ເມືອງ​ບັນດາ​ປະ​ເທດ ​ເອີ​ລົບ. ​ແຈ້ງ​ການ​ນີ້​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ສື່​ມວນ​ຊົນ ​ເຢຍລະ​ມັນ​ໃຫ້​ຮູ້​ວ່າ:ບາງ​ປະ​ເທດ​ສະມາຊິກ ອີ​ຢູ ພວມ​ເພີ່ມ​ທະວີ​ຄວາມກົດດັນ​ຮຽກຮ້ອງ​ໃຫ້ ບຣຸກ​ແຊນ ຕໍ່​ກຳນົດ​ເວລາ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ຊົ່ວຄາວ​ໃນ​ເຂດ​ຍົກ​ເວັ້ນວີ​ຊາ Schengen ຢ່າງ​ໜ້ອຍ​ສຸດ​ແມ່ນ 6 ​ເດືອນ.


ຂ່າວ/ບົດ​ອື່ນ