ສະຫງວນບຸລິມະສິດສູງແລະສຸມໃສ່ແຫຼ່ງກຳລັງໃຫ້ແກ່ວຽກງານສ້າງກົດໝາຍ

ສະຫງວນບຸລິມະສິດສູງແລະສຸມໃສ່ແຫຼ່ງກຳລັງໃຫ້ແກ່ວຽກງານສ້າງກົດໝາຍ - ảnh 1
(ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ຂອງ​ລັດຖະບານ)

​​(vovworld) - ​ໃນ​ລະຫວ່າງ​ວັນ​ທີ 27 – 28/07, ຢູ່​ສຳນັກງາ​ນລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽ​ນ​ເຕີນ​ຢຸງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ຂອງ​ລັດຖະບານ ກ່ຽວ​ກັບ​ການ​ສ້າງ​ກົດໝາຍ. ທີ່​ກອງ​ປະຊຸມ, ບັນດາ​ສະ​ມາ​ຊິກ​ລັດຖະບານ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໂຄງການ​ສ້າງ​ກົດໝາຍ, ລັດຖະດຳລັດ​ຂອງ​ລັດຖະບານ ​ແລະ ສະພາບ​ການ​ປະກາດ​​ໃຊ້​ເອກະສານ​ກຳນົດ​ລະອຽດ​ກ່ຽວ​ກັບການ​ປະຕິບັດ​ກົດໝາຍ, ລັດຖະດຳລັດ​ໃນ 6 ​ເດືອ​ນຕົ້ນ​ປີ, ໜ້າ​ທີ່​ໃນ 6 ​ເດືອ​ນທ້າຍ​ປີ 2015. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢ​ຸງ ​ໄດ້ຮຽກ​ຮ້ອງ​ໃຫ້​ບັນດາ​ສະມາຊິກ​ລັດຖະບານສະ​ຫງວນບຸລິມະສິດ​ຢ່າງສູງ​ ​ແລະ ສຸມ​ໃສ່​ແຫຼ່ງກຳລັງ​​ເພື່ອ​ແກ້​ໄຂ​ສະພາບ​ສ້າງ​ກົດໝາຍ, ປະກາດ​​ໃຊ້ບັນດາ​ເອກະສາ​ນ​ແນ​ະນຳກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍ​ຢ່າງ​ຊັກ​ຊ້າ.

        “ຂ້າພະ​ເຈົ້າ​ສະ​ເໜີ ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ລັດຖະມົນຕີ, ນອກຈາກ​ວຽກ​ງານ​ຄຸມ​ຄອງ​ບໍລິຫານ​ລວມ​ແລ້ວ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງການ​ປະກາດ​​ໃຊ້​ກົດໝາຍ, ລະບອບລະບຽບການ, ຍ້ອນ​ນີ້​ແມ່ນ​ວຽກ​ງານມີ​ຄວາມ​ໝາຍ​ສຳຄັນ. ສຳລັບ​ຂົງ​ເຂດ​ນີ້, ບັນດາ​ລັດຖະມົນຕີ​ຕ້ອງ​ສະ​ຫງວນບຸລິມະສິດ​​ເປັນຢ່າງສູງ, ລະ​ດົມ​ແຫຼ່ງກຳລັງ,  ກົມກົດໝາຍຂອງ​ອົງການ​ຕົນ, ລະ​ດົມ​ການ​​ໃຫ້​ຄຳປຶກສາ… ​ເພື​່ອສຸມ​ໃສ່​ສ້າງ​ທັງ​ກົດໝາຍ, ທັງ​ເອກະສານ​ປະຕິບັດ​ກົດໝາຍ​​ທີ່​ມີ​ຜົນ​ສັກສິດຢ່າງລະອຽດ. ທີ່ 2 ​ແມ່ນ​ເພີ່ມ​ທະວີ​ການ​ສົມ​ທົບ​ກັນ​ລະຫວ່າງ​ບັນດາ​ກະຊວງ. ສ່ວນບັນດາ​ຈົດໝາຍ​ລັດຖະການ, ລັດຖະດຳລັດ, ລະບອບ​ໃດ​ມີ​ຄວາມສະດູ​ງ​ໄວ, ຂໍ້ຕິດ​ຂັດ, ນາຍົກ​ລັກ​ຖະມົນຕີ ​ແລະ ລັດຖະບານ ພ້ອມ​ແລ້ວທີ່​ຈະ​ເຮັດ​ວຽກ​ໂດຍ​ກົງ​ກັບ​ບັນດາ​ກະຊວງ”.

        ກໍ​ທີ່​ກອງ​ປະຊຸມ, ລັດຖະບານ​ໄດ້​ໃຫ້​ຄຳ​ເຫັນ​ໃສ່​ບັນດາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໄສ​ເຊື່ອ​​ຖື​ສາສະໜາ; ກົດໝາຍ​ວ່າ​ດ້ວຍ​ການ​ສຳ​ພັດ​ຂໍ້​ມູນ; ກົດໝາຍ​ວ່າດ້ວຍ​ພາ​ສີ​ຂາ​ອອກ, ຂາ​ເຂົ້າ (ສະບັບ​ປັ​ບປຸງ)….

ຂ່າວ/ບົດ​ອື່ນ