ສະຫະປະຊາຊາດ ລະມັດລະວັງຕໍ່ຮອບເຈລະຈາສັນຕິພາບ ຊີຣີ ຢູ່ ເຊີແນວ

ສະຫະປະຊາຊາດ ລະມັດລະວັງຕໍ່ຮອບເຈລະຈາສັນຕິພາບ ຊີຣີ ຢູ່ ເຊີແນວ - ảnh 1
(ພາບປະກອບ / EPA/TTXVN)

(vovworld) – ​​ ວັນ​ທີ 19/02 ທູດ​ພິເສດ​ສະຫະປະຊາ​ຊາດ​ກ່ຽວ​ກັບ​ ຊີຣີ, ທ່ານ Staffan de Mistura ​ໃຫ້​ຮູ້​ວ່າ: ຮອບ​ເຈລະຈາ​ສັນຕິພາບ ຊີຣີ ຄາດ​ຄະ​ເນ​ຈະ​ດຳ​ເນີນ​ໃນ​ວັນ​ທີ 23/02 ຈະ​ມາ​ເຖິງ​ຢູ່ ​ເຊີ​ແນ​ວ (ສະວິດ) ຈະ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສາມາດ​ຮັກສາ​ການ​ເຈລະຈາ​ດ້ານ​ການ​ເມືອງ​ລະຫວ່າງ​ບັນດາ​ຝ່າຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມປ້ອງ​ກັນ​ຄວາມ​ສະຫງົບ Munich, ທ່ານ Staffan de Mistura ຊົມ​ເຊີຍ​ບັນດາ​ບາດກ້າວ​ທີ່​ບັນລຸ​ໄດ້​ຢູ່​ຮອບເຈລະຈາ​ສັນຕິພາບ ຊີຣີ ​ໂດຍ ລັດ​ເຊຍ ​ແລະ ຕວກກີ ອຸປະຖຳ ທີ່​ດຳ​ເນີນ​ຢູ່ ກາ​ຊັກ​ສະຖານ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ Staffan de Mistura ​ເນັ້ນ​ໜັກ​ວ່າ ຄຳ​ສັ່ງ​ຢຸດ​ຍິງ ບໍ່​ອາດ​ຮັກສາ​​ໄດ​້ໃນ​ໄລຍະ​ຍາວ ຖ້າ​ຫາກ​ຂາດ​ບັນດາ​ມາດ​ຕະການ​ການ​ເມືອງ​ໄປ​ພ້ອມ​ກັນ. ດັ່ງ​ນັ້ນ ມາດ​ຕະການ​ການ​ເມືອງ​ທີ່ຮອບດ້ານ, ມີ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ຈະ​ແມ່ນ​ບຸລິມະສິດ​ຕົ້ນຕໍ​ໃນ​ຮອບ​ເຈລະຈາ​ສັນຕິພາບ​ຈະ​ມາ​ເຖິງ​ຢູ່ ​ເຊີ​ແນວ.

 

ຕອບກັບ

ຂ່າວ/ບົດ​ອື່ນ