ສະຫະປະຊາຊາດກ່າວຫາທັງລັດຖະບານຊີຣີ ແລະ IS ເປັນອາດສະຍາກຳ ສົງຄາມ

ສະຫະປະຊາຊາດກ່າວຫາທັງລັດຖະບານຊີຣີ ແລະ IS ເປັນອາດສະຍາກຳ ສົງຄາມ - ảnh 1
(ພາບປະກອບ: PressTV)

(vovworld) – ​ໃນ​ບົດ​ລາຍ​ງານປະກາດ​ເມື່ອ​ວັນ​ທີ 27/08, ຢູ່​ເຊີ​ແນວ, ປະ​ເທດ​ຊະ​ວິດ, ບັນດາ​ຜູ້​ສືບສວນ​ຂອງ​ສະຫະ​ປະຊາ​ຊາດ​ຢືນຢັນ​ວ່າ ທັງ​ລັດຖະບານ​ຊີຣີ ​ແລະ ບັນດາ​ມື​ປືນ​ທີ່​ຂຶ້ນ​ກັບ​ລັດ​ອິດສລາມ (IS) ​ໄດ້​ກ່າວ​ອ້າງ​ວ່າ ​ເປັນ​ອາດ​ສະ​ຍາ​ກຳ​ສົງຄາມ ​ແລະ ອາດ​ສະ​ຍາ​ກຳຕ້ານ​ມະນຸດ. ຕາມ​ບົດ​ລາຍ​ງານ​ດັ່ງກ່າວ, ບັນດາ​ກຳລັງ​ຂອງ IS ​ເຄື່ຶອນ​ໄຫວ​ຢູ່​ຊີຣີ ພວມ​ປຸກລະ​ດົມການ​ເຄື່ອນ​ໄຫວ​ກໍ່​ຄວາມ​ຢ້າມກົວ, ລວມທັງ​ການ​ທໍ​ລະ​ມານ ​ແລະ ​ເຂັ່ນຂ້າ​ຢ່າງ​ເປີດ​​ເຜີຍ. ​ໃນ​ຂະນະ​ນັ້ນ, ເດືອນ 04/2014 ຜ່ານ​ມາກອງທັບ​ລັດຖະບານ​ຊີຣີ​ ໄດ້​ວາງ​ລະ​​ເປີດລົງ​ໃສ່​ເຂດ​ຊຸມ​ຊົນ 8 ຄັ້ງ ​ໃນ​ນັ້ນ​ມີ​ລະ​ເບີດ​ບາງ​ລູກ​ຖືກ​ຖື​ວ່າ​ມີ​ທາດ​ພິດ​ເຄມີ​. ອີກ​ຄັ້ງ​ໜຶ່ງ, ບັນດາ​ນັກ​ສືບສວນ​ໄດ້​ຮຽກຮ້ອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ນຳ​ບັນດາກໍ່ລະນີ​ການລະ​ເມີດ​​ຢູ່​ຊີຣີ ຂຶ້ນ​ສານອາຍາສາກົນ (ICC) ​ເພື່ອ​ພິພາກສາ.

ຂ່າວ/ບົດ​ອື່ນ