ສະຫະປະຊາຊາດຊົມເຊີຍບັນດາການນຳ G20 ໃຫ້ຄຳໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ວັນທີ 02 ທັນວາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຊົມເຊີຍເລື່ອງບັນດາການນຳໂລກຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຈະມານະພະຍາຍາມໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດກ່ວາອີກ

ເມື່ອສິ້ນສຸດກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໃນວັນທີ 01 ທັນວາ ຢູ່ Buenos Aires, ອາກຊັງຕິນ.

        ຖະແຫຼງການຂອງບັນດາການນຳ G20 ກໍ່ຊີ້ແຈ້ງວ່າ: ທັງໝົດລ້ວນແຕ່ຄອງຫວັງວ່າ ກອງປະຊຸມການປ່ຽນແປງຂອງດິນຟ້າອາກາດ COP 24 ຢູ່ Katowice, ແຟງລັງ ຈະບັນລຸໄດ້ຄວາມເຫັນດີເຫັນພ້ອມ ແລະ ໄດ້ປະກາດໃຊ້ດ້ວຍເອກະສານຫັນສັນຍາ Paris 2015 ໃຫ້ປະກົດຜົນເປັນຈິງ, ສ້າງພື້ນຖານລວມໃຫ້ເກືອບຄືວ່າບັນດາປະເທດທັງໝົດໃນໂລກ ສູ້ຊົນເພື່ອເປົ້າໝາຍລວມນັ້ນ ແມ່ນຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ປັບຕົວໃຫ້ແທດເໝາະກັບຜົນສະທ້ອນຂອງການປ່ຽນແປງຂອງດິນຟ້າອາກາດດີກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ