ສະຫະປະຊາຊາດຕີລາຄາສູງບົດບາດຂອງຫວຽດນາມຢູ່ສະຫະປະຊາຊາດ

ສະຫະປະຊາຊາດຕີລາຄາສູງບົດບາດຂອງຫວຽດນາມຢູ່ສະຫະປະຊາຊາດ - ảnh 1
ທ່ານ​​ນາງຮອງປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ (ນັ່ງ​ຢູ່ເຄິງ​ກາງ)
(ພາບ​ປະ​ກອບ: TTXVN)


(vovworld) - ​ຕອ​ນ​ບ່າຍ​ວັນ​ທີ 14/02, ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊ​າດ​ທີ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ທ່ານ​​ນາງຮອງປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ ໄດ້​ມີ​ການ​ພົບ​ປະ​ແລກ​ປ່ຽນ​ກັບ​ທ່ານ​ນາງ Maria Luiza Riverio Viotti, ​ຫົວ​ໜ້າຫ້ອງ​ການ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາ​ດ. ທີ່​ການ​ພົບ​ປະ, ທ່ານ​ນາງ​ຮອງ​ປະ​ທານສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໄດ້​ແຈ້ງ​ໃຫ້​​ທ່ານ​ນາງ  Riverio Viotti ຮັບຊ​າບກ່ຽວກ​ັບ​ສະ​ພາບ​​ດ້​ານການ​ການ​ເມືອ​ງ, ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ. ທ່ານ​ນາງ​ຮອງ​ປະ​ທານສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໃຫ້​ຮູ້​ວ່າ, ພາຍ​ຫຼັງ​ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​​ຢ່າງ​ໃຫຍ່​ຫຼວງ, ຮອບ​ດ້ານ ແລະ ມີ​ຄວາມ​ໝາຍ​ປະ​ຫວັ​ດ​ສາດ, ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ທຸກ​ດ້ານ; ເສດ​ຖະ​ກິດ​ໄດ້​ຮັບ​ການ​ເຕີບ​ໂຕຢ​ູ່​ໃນ​ລະ​ດັບ​ສູງ​ພໍ​ສົມ​ຄວນ, ສະ​ພາບ​ການດ້​ານ​ການ​ເມືອງ ແລະ ສັງ​ຄົມ​ມີ​ສະ​ຖຽນ​ລະ​ພາບ, ການ​ພົວ​ພັນ​​ການ​ຕ່າງ​ປະ​ເທດໄດ້​ຮັບ​ການ​ເປີດກວ້າງ ແລະ ທີ່​ຕັ້ງ​​ບົດ​ບາດຂອງ​ຫວຽດ​ນາມ ນັບ​ມື້​ນັບ​ໄດ້​ຍົກ​ສູງ​ຂຶ້ນ​​ໃນ​ເວ​ທີ​ສາ​ກົນ. ເນື່ອງ​ໃນ​ໂອ​ກາດນີ້, ​ທ່ານ​ນາງ​ຮອງ​ປະ​ທານ ຕ່ອງ​ທິ​ຟ໋ອງ ໄດ້​ຝາກ​ຄຳເຊື້ອ​ເຊີນ​ທ່ານ​​ເລ​ຂາ​ທິ​ການ​ໃຫຍ່​​ສະ​ຫະ​ປະ​ຊາ​ຊາດ Antonia Guterres ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໃນ​ປີ 2017 ຜ່ານ​ທ່ານ​ນາງ Riverio Viotti, ພິ​ເສດ​ແມ່ນ​ໃນ​ໂອ​ກາດ​ເຂົ້​າ​ຮ່ວມກອງ​ປະ​ຊຸມ APEC…

        ສ່ວນ​ທ່ານ​ນາງ Riverio Viotti ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ສະ​ຫະ​ປະ​ຊາ​ຊາດ ແລະ ທ່ານ​ໄດ້ເນັ້ນ​ໜັກ​ວ່າ, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ໃນ​ພາກ​ພື້ນ. ຫວຽດ​ນ​າມ ພວມ ແລະ ຈະ​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນທີ່​ຕັ້ງ​ໜ້າ​ເຂົ້າ​ໃນ​ວິ​ວັດ​ທະ​ນາ​ການ​ຫັນ​​ບັນ​ດາເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ໂຄງ​ການ​ດຳ​ເນີນ​ງານ 2030 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ກໍ່​ທີ່​ການ​ພົບ​ປະ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ແລະ ທ່ານ​ນາງຫົວ​ໜ້າ​ຫ້ອງ​ການ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ໄດ້​ພ້ອມ​ກັນ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ສິ່​ງ​ທ້າ​ທາຍ​​ທັງຢູ່​ພາຍ​ໃນ ແລະ ພ​າຍ​ນອກ​ສຳ​ລັບ​ ​ການພັດ​ທະ​ນ​າ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ