ສະຫະປະຊາຊາດພ້ອມແລ້ວທີ່ຈະເປັນຄົນກາງໄກ່ເກ່ຍຄວາມເຄັ່ງຕຶງລະຫວ່າງອິນເດຍແລະປາກິດສະຖານ

(VOVWORLD) -ວັນທີ 19 ກຸມພາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງໃຫ້ອິນເດຍ ແລະ ປາກິດສະຖານ ດຳເນີນບັນດາບາດກ້າວເພື່ອຫຼຸດຜ່ອນຄວາມເຄັ່ງຕຶງໂດຍທັນທີ, ພ້ອມທັງສະເໜີຈະເປັນຄົນກາງໄກ່ເກ່ຍຖ້າຫາກ 2 ຝ່າຍເຫັນດີ.
ສະຫະປະຊາຊາດພ້ອມແລ້ວທີ່ຈະເປັນຄົນກາງໄກ່ເກ່ຍຄວາມເຄັ່ງຕຶງລະຫວ່າງອິນເດຍແລະປາກິດສະຖານ - ảnh 1(ພາບປະກອບ: THX/TTXVN)

ໃນຖະແຫຼງການສະບັບ 1, ໂຄສົກຂອງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Stephane Dujarric ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຄວາມເຄັ່ງຕຶງລະຫວ່າງ ອິນເດຍ ແລະ ປາກິດສະຖານ ເຊິ່ງພວມປິນຂັ້ນໄດ. ຕາມທ່ານແລ້ວ, 2 ປະເທດຄວນລະງັບໃຈ ແລະ ປະຕິບັດບັນດາບາດກ້າວເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງໂດຍທັນທີ, ພ້ອມທັງສະເໜີໃຫ້ສະຫະປະຊາຊາດ ເປັນຄົນກາງໄກ່ເກ່ຍ ເມື່ອ 2 ປະເທດສະເໜີ.

        ສະຫະປະຊາຊາດໄດ້ຍົກອອກຖະແຫຼງການດັ່ງກ່າວ ພາຍຫຼັງທ່ານລັດຖະມົນຕີການຕ່າງປະເທດ ປາກິດສະຖານ Shah Mahmood Qureshi ໄດ້ສົ່ງຈົດໝາຍຮຽກຮ້ອງໃຫ້ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງພວມປິນຂັ້ນໄດລະຫວ່າງປະເທດນີ້ກັບອິນເດຍ ພາຍຫຼັງເກີດເຫດວາງລະເບີດສະຫຼະຊີບຢູ່ເຂດ Kashmir ໂດຍອິນເດຍ ຄວບຄຸມ, ເຮັດໃຫ້ສະມາຊິກຂຶ້ນກັບກຳລັງທະຫານລາດຂອງດິນເດຍ 44 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ