ສະຫະປະຊາຊາດສະເໜີແນະ 10 ມາດຕະການເພື່ອແກ້ໄຂສະພາບຂາດຄວາມສະເໝີພາບ

(VOVWORLD) -ຕາມບົດລາຍງານໂດຍສະຫະປະຊາຊາດຫາກໍ່ປະກາດໃນວັນທີ 17 ຕຸລາ, ບັນດາປະກົດການຂາດຄວາມສະເໝີພາບທີ່ໃຫຍ່ຫຼວງ, ພວມນາບຂູ່ເຖິງບັນດາພື້ນຖານເສດຖະກິດ, ບັນດາປະຊາຄົມ ແລະ ປະເທດຕ່າງໆ
ສະຫະປະຊາຊາດສະເໜີແນະ 10 ມາດຕະການເພື່ອແກ້ໄຂສະພາບຂາດຄວາມສະເໝີພາບ - ảnh 1(ພາບປະກອບ: AFP/TTXVN)

ເຮັດໃຫ້ມະນຸດຖືກຕົກເຂົ້າສູ່ສະພາບອຶດຫິວ, ທຸກຍາກ ແລະ ຖືກແບ່ງແຍກ. ບົດລາຍງານຂອງກອງທຶນປະຊາກອນສະຫະປະຊາຊາດ (UNFPA) ມີຊື່ວ່າ “ສະພາບພົນລະເມືອງໂລກ” ໄດ້ຊີ້ໃຫ້ເຫັນວ່າ, ບັນດາປະກົດການຂາດຄວາມສະເໝີພາບບໍ່ພຽງແຕ່ແມ່ນບັນຫາເສດຖະກິດເທົ່ານັ້ນ, ຫາກຍັງແມ່ນບັນຫາກ່ຽວກັບສັງຄົມລະຫວ່າງຍິງ - ຊາຍ ແລະ ການເມືອງອີກດ້ວຍ. ຕາມບົດລາຍງານແລ້ວ, ຢູ່ໃນໂລກ ປະກົດການຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍ ໄດ້ກໍ່ຜົນຮ້າຍຢ່າງຮ້າຍແຮງກວ່າສິ່ງໃດໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ