ສະຫະປະຊາຊາດເນັ້ນໜັກເຖິງບົດບາດພັດທະນາທະເລແລະມະຫາສະໝຸດແບບຍືນຍົງ

(VOVWORLD) -ວັນທີ 17 ມິຖຸນາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄຳໝັ້ນສັນຍາພັດທະນາທະເລ, ມະຫາສະໝຸດແບບຍືນຍົງ.

ກ່າວຄຳເຫັນໄຂພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS), ທ່ານ Antonio Guterres ໄດ້ຍົກອອກບັນດາຫຼັກຖານກ່ຽວກັບສິ່ງທ້າທາຍເຊິ່ງບັນດາມະຫາສະໝຸດໃນໂລກພວມປະເຊີນໜ້າ, ພົ້ນເດັ່ນຂຶ້ນແມ່ນສະພາບແວດລ້ອມແຫ່ງຊີວິດຂອງປະກາລັງຖືກຫຼຸດລົງເຄິ່ງໜຶ່ງໃນຮອບເວລາ 150 ປີຜ່ານມາ, ມົນລະພິດຂີ້ເຫຍື່ອຢາງພຣາດສະຕິກເສດເຫຼືອ ເພີ່ມຂຶ້ນທົບ 4 ເທົ່າ ພາຍຫຼັງ 4 ທົດສະວັດ ແລະ ການຂຸດຄົ້ນສິນທະເລຫຼາຍເກີນໄປສຳລັບ 1/3 ເຂດຫາສິນທະເລໃນໂລກ…

        ເພື່ອຕ້ານຄືນບັນດາສິ່ງດັ່ງກ່າວ, ທ່ານ Guterres ຖືວ່າ, ບັນດາເປົ້າໝາຍພັດທະນາແບບຍືນຍົງໃນໂຄງການດຳເນີນງານປີ 2030 ແມ່ນກຳນົດທິດນຳພາ ແລະ UNCLOS ແມ່ນ “ກອບກົດໝາຍ” ຂອງໂລກ. ໃນນັ້ນ, ໂຄງການດຳເນີນງານ 2030 ຮຽກຮ້ອງໃຫ້ບັນດາປະເທດນຳໃຊ້ບັນດາມະຫາສະໝຸດ ແລະ ແຫຼ່ງຜົນປະໂຫຍດເຊິ່ງມະຫາສະໝຸດນຳມາ ແບບຍືນຍົງ ໂດຍຜ່ານການປະຕິບັດກົດໝາຍສາກົນທີ່ໄດ້ບັນທຶກໃນສົນທິສັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ