ສະຫະພັນປາຊີຟິກເພີ່ມທະວີເປີດກ້ວາງການຮ່ວມມືກັບອາຊຽນ

ສະຫະພັນປາຊີຟິກເພີ່ມທະວີເປີດກ້ວາງການຮ່ວມມືກັບອາຊຽນ - ảnh 1
ພາບປະກອບຈາກສຳນັກຂ່າວສານຫວຽດນາມ

(vovworld) – ຖະ​ແຫຼ​ງການ​ຮ່ວມຂອງ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພັນ ປາຊີ​ຟິກ ​ຖືກ​ອັດ​ລົງ​ໃນ​ວັນ​ທີ 1/7, ຢູ່​ນະຄອນ Puerto Varas, ຈີ​ເລ, ​ເຊິ່ງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ພັດທະນາ​ສັງຄົມ, ກໍ່​ຄື​ເປີດກ້ວາງ​ການ​ພົວພັນ​ຮ່ວມ​ມື​ກັບ ອາຊຽນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານນາງ​ປະທານາທິບໍດີ ຈີ​ເລ Michelle Bachelet ຢັ້ງຢືນ​ວ່າ: ຜ​່ານຂໍ້​ຕົກລົງ​ການ​ຄ້າ​ຂອງ​ກຸ່ມ​ຫາ​ກໍ່ມີ​ຜົນ​ສັກສິດ​ແຕ່​ວັນ​ທີ 1/5 ຜ່ານ​ມາ, ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ​ສະຫະພັນ ປາຊີ​ຟິກ ອາດຈະ​ເຕີບ​ໂຕອີກ 2% ດ້ວຍ​ວິວັດ​ການ​ຫລຸດຜ່ອນ​ພາສີ​ສຳລັບ 92% ປະ​ເພດ​ສິນຄ້າ​ໃນ​ພາກ​ພື້ນ. ທ່ານ​ນາງ​ກໍ່ຮຽກຮ້ອງ​ເພີ່ມ​ທະວີ​ການ​ລົງທຶນ​ໃນ​ຂົງ​ເຂດ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ກໍ່​ຄື​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ, ບຳລຸງ​ສ້າງ. ທ່ານ​ນາງ Bachelet ​ເນັ້ນ​ໜັກ​ວ່າ: ສິ່ງ​ທ້າ​ທາຍ​ໃນ​ປະຈຸ​ບັນ​ຂອງ​ສະຫະພັນ ປາຊີ​ຟິກ ​ແມ່ນ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​​ແຊກ​ຊຶມ​ຕະຫຼາດ​ສາກົນ ​ແລະ ​ແກ້​ໄຂ​ ສະພາບ​ການ​ເສດຖະກິດ​ບໍ່​ສະ​ເໝີ​ພາບ. ສະຫະພັນ ປາຊີ​ຟິກ ຈະ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ກຸ່​ມຕະຫຼາດ​ລວມ ອາ​ເມ​ລິ​ກາ​ໃຕ້ (Mercosur) ​ແລະ ຕະຫຼາດ​ບັນດາ​ປະ​ເທດ ອາຊີ.​


ຂ່າວ/ບົດ​ອື່ນ