ສະຫະພັນສະຫະກອນມີພາລະກຳສຳຄັນໃນວິວັດການເຊື່ອມໂຍງ

(VOVWORLD) -ຕອນບ່າຍວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບສະຫະພັນສະຫະກອນຫວຽດນາມ ກ່ຽວກັບສະພາບການພັດທະນາເສດຖະກິດຮ່ວມມື, ສະຫະກອນ.

ສະຫະພັນສະຫະກອນມີພາລະກຳສຳຄັນໃນວິວັດການເຊື່ອມໂຍງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການເຮັດວຽກກັບສະຫະພັນສະຫະກອນຫວຽດນາມ

(ພາບ: nhandan.com.vn)

ເຂົ້າຮ່ວມການເຮັດວຽກຍັງມີທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳການປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດລວມໝູ່; ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ສະຫະພັນສະຫະກອນບັນດາແຂວງ, ນະຄອນໃນທົ່ວປະເທດ. ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ສະຫະກອນມີພາລະກຳສຳຄັນທີ່ສຸດໃນວິວັດການເຊື່ອມໂຍງ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ, ພິເສດແມ່ນນັບມື້ນັບປະກົດມີສະຫະກອນຫຼາຍແຫ່ງເຄື່ອນໄຫວຢ່າງມີປະສິດທິຜົນ, ແກ້ໄຂບັນຫາສ້າງວຽກເຮັດງານທຳເປັນຢ່າງດີ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

      ເພື່ອໃຫ້ລະບົບເສດຖະກິດຮ່ວມມື, ສະຫະກອນພັດທະນາແບບຍືນຍົງໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຖັນແຖວພະນັກງານທີ່ເຂົ້າຮ່ວມການເຄື່ອນໄຫວສະຫະກອນ ຕ້ອງກຳນົດການພັດທະນາສະຫະກອນ ນັ້ນແມ່ນຄວາມຕ້ອງການພາວະວິໄສ; ພ້ອມທັງຕ້ອງປ່ຽນໃໝ່ແນວຄິດ, ວິທີປະຕິບັດ, ສົມທົບກັບບັນດາກະຊວງ, ຂະແໜງການເພື່ອຮັກສາ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ