ສະຫະພັນອາຣັບ ຖະແຫຼງສະໜັບສະໜູນບັ້ນຮົບປຸກໂຈມຕີທາງອາກາດຢູ່ Yemen

ສະຫະພັນອາຣັບ ຖະແຫຼງສະໜັບສະໜູນບັ້ນຮົບປຸກໂຈມຕີທາງອາກາດຢູ່ Yemen - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ສະຫະພັນ​ອາຣັບ ຖະ​ແຫຼ​ງສະໜັບສະໜູນ​ບັ້ນ​ຮົບ​ປຸກ​ໂຈມ​ຕີ​ທາງ​ອາກາດ​ຢູ່ Yemen. ຖະ​ແຫຼ​ງການ​ດັ່ງກ່າວ​ໂດຍ​ທ່ານ​ເລຂາ​ທິການ​ໃຫຍ່​ສະຫະພັນ​ອາຣັບ (AL) Nabil al Arabi ຍົກ​ອອກ​ມາ​ໃນ​ວັນ​ທີ 26/03, ຢູ່​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​ອາຣັບ, ພວມ​ດຳ​ເນີນ​ໄປ​ຢູ່​ອີ​ຢິບ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດ​ຕວກກີ ອອກ​ຖະ​ແຫຼ​ງການສະ​ນັບ​ສະ​ໜູນ​ບັ້ນ​ການ​ທະຫານ​ຂອງ ຊະ​ອຸ​ດີ ອາຣາ​ເບຍ ຕ້ານ​ຄືນ​ກຳລັງ Houthi ຢູ່ Yemen, ພ້ອມ​ທັງ​ຮຽກຮ້ອງ​ກຸ່ມ​ກະບົດ​ດັ່ງກ່າວ ​ແລະ “ບັນດາ​ກຳ​ໜັງ​ໜູນ​ຫຼັງ​ຢູ່​ຕ່າງປະ​ເທດ” ຢຸດຕິ​ການ​ກະທຳ​ທີ່​ເປັນ​ໄພ​ນາບ​ຂູ່​ເຖິງ​ສັນຕິພາບ ​ແລະ ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ. ຈາກ​ລອນ​ດອນ, ກະຊວງ​ການ​ຕ່າງປະ​ເທດ​ອັງກິດ ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ສະໜັບສະ​ໜູນ​ຂໍ້​ຕົກລົງ​ຂອງ ຊະ​ອຸ​ດີ ອາຣາ​ເບຍ ​ແລະ ບັນດາ​ປະ​ເທດ​ເຂດ​ອ່າວ ທີ່​ແຊກ​ແຊງ​ດ້ານ​ການ​ທະຫານ​ເຂົ້າ​ Yemen. ​ໃນ​ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອັງກິດ​ຊີ້​ແຈ້ງວ່າ ສຸດ​ທ້າ​ຍທິດ​ທາງ​ແກ້​ໄຂ​ວິ​ກິດ​ການ​ບໍ່​ແມ່ນ​ມາດ​ຕະການ​​ແກ້​ໄຂ​ດ້ານ​ການ​ເມືອງ. ​ໃນ​ຂະນະ​ນັ້ນ, ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ ທ່ານ​ນາງ Federica Mogherini ຖື​ວ່າ, ການ​ກະທຳ​ດ້ານ​ການ​ທະຫານ​ບໍ່​ແມ່ນ​ມາດ​ຕະການ​ແກ້​ໄຂ​​ວິ​ກິດ​ການ​ຢູ່ Yemen. ອີຣັກ ກໍ່​ອອກສຽງ​ຄັດຄ​້ານການ​ບຸກ​ໂຈມ​ຕີ​ທາງ​ອາກາດ.

ຂ່າວ/ບົດ​ອື່ນ